ຕາມຂໍ້ມູນພົນລະເມືອງແຫ່ງຊາດ, ປັດຈຸບັນ ຫວຽດນາມ ມີຜູ້ອາຍຸສູງກ່ວາ 16,1 ລ້ານຄົນ, ກວມເອົາປະມານກ່ວາ 16% ຈຳນວນປະຊາກອນ. ໃນນັ້ນ, ມີຜູ້ມີອາຍຸສູງກ່ວາ 1 ລ້ານຄົນ ພວມຕັ້ງໜ້າເຂົ້າຮ່ວມປະຕິບັດວຽກງານຢູ່ບ້ານ, ຕາແສງ, ເຂດຊຸມຊົນ, ມີຜູ້ເຂົ້າຮ່ວມໂດຍກົງການອອກແຮງງານ, ທຳການຜະລິດ, ດຳເນີນທຸລະກິດກ່ວາ 9 ລ້ານຄົນໂດຍພັກ, ລັດ ມອບນາມມະຍົດ ນັກວິລະຊົນແຮງງານໃນໄລຍະປ່ຽນແປງໃໝ່. ນີ້ແມ່ນປະຖົມປັດໄຈສຳຄັນເພື່ອສ້າງ “ເສດຖະກິດກ່ຽວກັບຜູ້ມີອາຍຸສູງຢູ່ ຫວຽດນາມໃນສັງກາດໃໝ່”.
ຜູ້ອາຍຸສູງແມ່ນທຶນຮອນອັນລ້ຳຄ່າຂອງຊາດ
ໃນຄຳຮຽກຮ້ອງສາມັກຄີໃນໝູ່ຜູ້ອາຍຸສູງໝົດເມື່ອປີ 1941, ປະທານໂຮ່ຈີມິນ ໄດ້ຊີ້ແຈ້ງວ່າ: “ປະເທດຊາດມີວັດທະນາຖາວອນ ຍ້ອນຜູ້ອາຍຸສູງກໍ່ສ້າງຂຶ້ນ, ປະເທດຊາດຄົງຕົວຍ້ອນຜູ້ອາຍຸສູງປະກອບເຫື່ອແຮງ. ປະເທດຊາດປະສົບຄວາມອັນຕະລາດ, ຜູ້ມີອາຍຸກູ້ຊາດ. ປະເທດຊາດຖືກຊຸດໂຊມຜູ້ມີອາຍຸສູງຟື້ນຟູ”. ຄຳສັ່ງເລກທີ 59 ອອກໃນວັນທີ 27 ກັນຍາ 1995, ຂອງຄະນະເລຂາສູນກາງພັກຊຸດທີ VII ກ່ຽວກັບການເບິ່ງແຍງດູແລຜູ້ອາຍຸສູງໄດ້ຊີ້ແຈ້ງວ່າ: ຜູ້ມີອາຍຸສູງ ແມ່ນທຶນຮອນອັນລ້ຳຄ່າຂອງຊາດ, ແມ່ນກຳລັງທີ່ມີບົດຮຽນປະສົບການ, ມີບົດບາດສຳຄັນໃນຄອບຄົວ ແລະ ສັງຄົມ. ເມື່ອເຕື້ອງເຖິງບົດບາດຂອງຜູ້ມີອາຍຸສູງ, ທີ່ການພົບປະກັບພະນັກງານຫຼັກແຫຼ່ງ ຜູ້ມີອາຍຸສູງຫວຽດນາມ ເມື່ອເດືອນມິຖຸນາ 2024, ທ່ານເລຂາທິການໃຫຍ່ພັກກອມມູນິດ ໂຕເລິມ (ເວລານັ້ນດຳລົງຕຳແໜ່ງເປັນປະທານປະເທດ) ໄດ້ຢັ້ງຢືນວ່າ ຜູ້ມີອາຍຸສູງແມ່ນ ທຶນຮອນອັນລ້ຳຄ່າຂອງຊາດ.
ຜູ້ມີອາຍຸສູງຫວຽດນາມ ໃນທຸກສະໄໝຂອງປະຫວັສາດຍາມໃດກໍ່ສົມກັບເປັນເສົາຄ້ຳຂອງຊາດ, ຍອມອຸທິດສ່ວນຊີວິດຂອງຕົນເພື່ອປະເທດຊາດ, ແມ່ນແປວໄຟອະມະຕະໄດ້ສ້າງຈິດໃຈເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມຍືນຍົງຄົງຕົນຂອງຊາດ. ປະເທດເຮົາມີພາລະກິດທີ່ອົງອາດກ້າຫານ, ມີອິດທິພົນຊື່ສຽງສາກົນສູງຄືໃນປັດຈຸບັນ ບໍ່ສາມາດບໍ່ເວົ້າເຖິງການປະກອບສ່ວນສຳຄັນຂອງລຸ້ນຄົນມີອາຍຸສູງຫວຽດນາມ.
ຢູ່ ຫວຽດນາມ, ປັດຈຸບັນ, ມີຜູ້ມີອາຍຸສູງຫຼາຍຄົນຍັງສືບຕໍ່ເຂົ້າຮ່ວມອອກແຮງງານ, ທຳການຜະລິດ, ຄົ້ນຄ້ວາວິທະຍາສາດ, ບໍລິຫານວິສາຫະກິດ ຫຼືຖ່າຍທອດອາຊີບທີ່ເປັນມູນເຊື້ອ, ພິສູດໃຫ້ເຫັນວ່າ ບັນຫາອາຍຸບໍ່ເຮັດໃຫ້ຫຼຸດຜ່ອນຄຸນຄ່າການອຸທິດສ່ວນ, ກົງກັນຂ້າມ ຍິ່ງຢັ້ງຢືນບົບບາດທີ່ບໍ່ສາມາດປ່ຽນແທນໄດ້ຂອງເຂົາເຈົ້າ. ມີແບບຢ່າງຫຼາຍຄົນສະແດງໃຫ້ເຫັນ ຢູ່ໃນຄາວອາຍຸ 70 ປີ ຫຼືຍິ່ງໄປກ່ວານັ້ນແມ່ນ 80 ປີ, ແຕ່ຜູ້ມີອາຍຸສູງຍັງເປີດຫ້ອງຮຽນ, ຮັກສາການເຄື່ອນໄຫວວັດທະນະທຳສິລະປະ, ເຂົ້າຮ່ວມການກະຕຸ້ນ, ສົ່ງເສີມຜູ້ມີຄວາມເກັ່ງກ້າສາມາດ, ຮັກສາບົດບາດເປັນຜູ້ໃຫ້ຄຳປຶກສາດ້ານວິຊາການ ຫຼື ສືບຕໍ່ບໍລິຫານບັນດາໝູ່ບ້ານທີ່ເປັນອາຊີບ. ຢູ່ເມືອງເກິ່າໄຢ, ຮ່າໂນ້ຍ, ມີຫ້ອງຮຽນພິເສດ “ການຫັນເປັນດີຈີຕອນ ແລະ AI” ສະຫງວນໃຫ້ຜູ້ມີອາຍຸແຕ່ 65 – 85 ປີ. ຫ້ອງຮຽນນັ້ນໂດຍ ຄູສອນ ດິ່ງງອກເຊີນ, ພະນັກງານກິນເບ້ຍບຳຍານ, ອະດີດຮອງຫົວໜ້າຄະນະກະຈາຍສຽງ - ໂທລະພາບ, ສະຖາບັນສື່ມວນຊົນ ແລະ ຖະແຫຼງຂ່າວ ຈັດຂຶ້ນ. ຄູສອນ ດິງງອກເຊີນແບ່ງປັນວ່າ:
ໂຄງການຫ້ອງຮຽນນີ້ເພື່ອແນໃສ່ສ້າງແຫຼ່ງບັນດານໃຈໃຫ້ແກ່ວົງຄະນະຍາດ, ພິເສດແມ່ນ ຜູ້ມີອາຍຸສູງ, ຈົ່ງສືບຕໍ່ຮຳຮຽນ ຍ້ອນວ່າພວກເຮົາມີເຄື່ອງມືເພື່ອຮ່ຳຮຽນຫຼາຍຢ່າງ ໃນນັ້ນມີປັນຍາປະດິດ, ການຫັນເປັນດີຈີຕອນ. ໃນອະນາຄົດ, ພວກຂ້າພະເຈົ້າຢາກຊ່ວຍຜູ້ມີອາຍຸສູງມີຄວາມໝັ້ນໃຈກ່ວາເມື່ອນຳໃຊ້ເຕັກໂນໂລຢີ ເພື່ອໃຫ້ຄຸນຄ່າຂອງການຫັນເປັນດີຈີຕອນບໍ່ພຽງແຕ່ແມ່ນທິດສະດີເທົ່ານັ້ນຫາກຍັງເຂົ້າສູ່ຊີວິດຕົວຈິງຂອງຜູ້ມີອາຍຸສູງອີກດ້ວຍ.
ແຜ່ກະຈາຍບົດບາດຂອງຜູ້ມີອາຍຸສູງໃນສັງກາດໃໝ່
ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ປະກາດໃຊ້ຫຼາຍນະໂຍບາຍກ່ຽວກັບສາທາລະນະສຸກ, ປະກັນໄພ, ສະຫວັດດີການສັງຄົມ ຕໍ່ຜູ້ມີອາຍຸສູງ ດ້ວຍວິທີການສຳຜັດໃໝ່, ຖືຜູ້ມີອາຍຸສູງເຂົ້າຕຳແໜ່ງແມ່ນແຫຼ່ງກຳລັງສຳຄັນປະກອບສ່ວນເຂົ້າການພັດທະນາເສດຖະກິດ - ສັງຄົມ, ການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ. ມະຕິເລກທີ 20 ອອກໃນວັນທີ 25 ຕຸລາ 2017 ຢູ່ກອງະຊຸມຄັ້ງທີ 6 ຂອງ ຄະນະບໍລິຫານສູນກາງພັກຊຸດທີ XII ກ່ຽວກັບການເພີ່ມທະວີວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນໃນສະພາບການໃໝ່ ໄດ້ຕັ້ງຄວາມຮຽກຮ້ອງຕ້ອງການພັດທະນາລະບົບການບໍລິການເບິ່ງແຍງດູແລສຸຂະພາບໃຫ້ແກ່ຜູ້ມີອາຍຸສູງ, ຍູ້ແຮງບັນດາການເຄື່ອນໄຫວສາທາລະນະສຸກສຳຮອງ, ຟື້ນຟູບົດບາດໜ້າທີ່ ແລະ ເບິ່ງແຍງດູແລໄລຍະຍາວໃຫ້ແກ່ຜູ້ມີອາຍຸສູງ ຢູ່ວົງຄະນະຍາດ. ມາດຕາເລກທີ 37, ລັດຖະທຳມະນູນປີ 2013, ກຳນົດວ່າ ຜູ້ມີອາຍຸສູງ ໂດຍລັດ, ຄອບຄົວ ແລະ ສັງຄົມເຄົາລົບນັບຖື, ເບິ່ງແຍງດູແລ ແລະ ເສີມຂະຫຍາຍບົດບາດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ເພື່ອແນໃສ່ເສີມຂະຫຍາຍບົດບາດ, ບົດຮຽນປະສົບການ ແລະ ພູມປັນຍາຂອງ ຜູ້ມີອາຍຸສູງໃນການພັດທະນາເສດຖະກິດ - ສັງຄົມໃຫ້ຫຼາຍກ່ວາອີກ, ວັນທີ 20 ກຸມພາ 2025, ທ່ານນາຍົກລັດຖະມົນຕີ ໃຫ້ສັດຕະຍາບັນແຜນຮ່າງ “ຜູ້ມີອາຍຸສູງເຂົ້າຮ່ວມການຍູ້ແຮງການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເລີ່ມຕົ້ນ ທຸລະກິດ ແລະ ສ້າງວຽກເຮັດງານທຳຕື່ມອີກ”. ແຜນຮ່າງບໍ່ພຽງແຕ່ແມ່ນບາດກ້າວສຳຄັນໃນການພັດທະນາຄວາມສາມາດບົ່ມຊ້ອນຂອງຜູ້ມີອາຍຸສູງເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງ ປະເທດຊາດໃນສະພາບການຫັນເປັນດີຈີຕອນ ແລະ ປົກປັກຮັກສາສິ່ງແວດລ້ອມອີກດ້ວຍ. ການ ເລີ່ມຕົ້ນ ທຸລະກິດ, ສຳລັບຜູ້ມີອາຍຸສູງ ແມ່ນໜຶ່ງໃນບັນດາມາດຕະການເພື່ອແນໃສ່ຮັບປະກັນການໜູນຊ່ວຍສັງຄົມ, ເພື່ອໃຫ້ຜູ້ມີອາຍຸສູງໄດ້ອະທິດສ່ວນ, ດຳລົງຊີວິດຢ່າງເບີກບານມ່ວນຊືນ, ມີປະໂຫຍດ ໃນທ່າອ່ຽງປະຊາຊົນພວມຢູ່ໃນເກນອາຍຸສູງປັດຈຸບັນ.
ໃນຄວາມຈິງສະແດງໃຫ້ເຫັນວ່າເມື່ອໄດ້ຮັບຄວາມເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກ, ຜູ້ມີອາຍຸສູງ ຈະສືບຕໍ່ອຸທິດສ່ວນໃຫ້ແກ່ປະຊາຄົມແລະ ປະເທດຊາດ. ບັນດາບົດຮຽນອັນລ້ຳຄ່າຂອງຜູ້ມີອາຍຸສູງຖ້າໄດ້ຮັບການເສີມຂະຫຍາຍ ຈະກາຍເປັນແຫຼ່ງກຳລັງອັນໃຫຍ່ຫຼວງຊ່ວຍປະເທດພັດທະນາແບບຍືນຍົງ.