• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍມູນເຊື້ອການພົວພັນມິດຕະພາບພິເສດລະຫວ່າງຫວຽດນາມ-ລາວ

ວັນທີ 09 ຕຸລາ, ຢູ່ແຂວງ ບັ໊ກນິງ, ໄດ້ດຳເນີນການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ໜ້າທີ່ຮັບຜິດຊອບ, ບົດບາດຂອງຊາວໜຸ່ມ 2 ປະເທດໃນການຮັກສາ ແລະ ເສີມຂະຫຍາຍການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ”.

(ການໂອ້ລົມສົນທະນາ)
ທີ່ການໂອ້ລົມສົນທະນາ, ທ່ານເລຂາຄະນະຊາວໜຸ່ມແຂວງບັ໊ກນິງ ຫງວຽນເຍີນຈິງ ໄດ້ສະເໜີໃຫ້ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາພ້ອມກັນແລກປ່ຽນ, ປຶກສາຫາລືກ່ຽວກັບສະພາບການຊາວໜຸ່ມ, ຖອດຖອນບົດຮຽນເຊິ່ງກັນແລະກັນໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງອົງການຊາວໜຸ່ມ 2 ປະເທດ. ສ່ວນທ່ານຫົວໜ້າຄະນະຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງເລຂາຄະນະພັກແຂວງອັດຕະປື ຄຳພາສີ ເວັນມະສອນ, ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນເຊິ່ງກັນແລະກັນ ກ່ຽວກັບສະພາບການຊາວໜຸ່ມ, ຮ່ຳຮຽນເອົາບົດຮຽນເຊິ່ງກັນແລະກັນໃນຂົງເຂດຊາວໜຸ່ມ ແລະ ຂະບວນການເຍົາວະຊົນ; ແບ່ງປັນບັນດາຮູບແບບການຮ່ວມມື, ປະດິດສ້າງໃນຊາວໜຸ່ມ ເພື່ອຊ່ວຍກັນດຳເນີນທຸລະກິດ, ຊາວໜຸ່ມກໍ່່ຮ່າງສ້າງຕົວດ້ວຍຕົນເອງ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top