ເມື່ອແບ່ງປັນບັນດາຜົນງານພົ້ນເດັ່ນທີ່ບັນລຸໄດ້ໃນອາຍຸການຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ໃນອາຍຸການຜ່ານມາ, ທົ່ວປະເທດໄດ້ຜ່ານຜ່າສິ່ງທົດສອບດ້ວຍເຈດຈຳນົງ, ມານະຈິດ ແລະ ຄວາມສາມັກຄີ; ຮັກສາຄວາມສະຖຽນລະພາບເພື່ອພັດທະນາ. ໃນຂົງເຂດພົວພັນຕ່າງປະເທດ, ເລື່ອງຢືດໝັ້ນຕໍ່ແນວທາງເອກະລາດ, ເປັນເຈົ້າຕົນເອງ ໄດ້ຊ່ວຍໃຫ້ ຫວຽດນາມ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ເປີດເຂດພັດທະນາໃໝ່, ຍົກສູງທີ່ຕັ້ງຂອງປະເທດຊາດ. ແບ່ງປັນກ່ຽວກັບຄວາມໝາຍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ທ່ານເນັ້ນໜັກວ່າ ນີ້ແມ່ນຈຸດເວລາ ຫວຽດນາມ ຕ້ອງເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳ ເພື່ອສືບຕໍ່ກ້າວເດີນຢ່າງໝັ້ນຄົງ.
ໃນສານທີ່ສົ່ງໃຫ້ປະຊາຊົນ ຫວຽດນາມ ແລະ ປະຊາຄົມສາກົນ ເນື່ອງໃນໂອກາດປີໃໝ່ 2026, ທ່ານເລຂາທິການໃຫຍ່ ໂຕເລິມ ອວບພອນໃຫ້ແຕ່ລະຄອບຄົວຈະຕ້ອນຮັບປີໃໝ່ດ້ວຍຄວາມສະງົບສຸກ.
ສຳລັບເພື່ອນມິດສາກົນ ແລະ ປະຊາຄົມສາກົນ, ທ່ານເລຂາທິການໃຫຍ່ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ເຄົາລົບເຈດຕະນາດີ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື, ປາດຖະໜາຢາກພ້ອມກັບບັນດາປະເທດ, ອົງການຈັດຕັ້ງ ແລະ ປະຊາຊົນໃນໂລກ ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນພັດທະນາ.







