• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໃນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຮຽກຮ້ອງຕ້ອງມີມາດຕະການຂ້ຽວຂາດ, ເຄັ່ງຄັດ, ມີ ໄຫວພິບ, ປະສິດທິຜົນກວ່າ ເພື່ອຈຳກັດ ສະກັດກັ້ນໂລກລະບາດ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ກ່າວຄໍາເຫັນທີ່ກອງປະຊຸມ

ກ່າວຄຳເຫັນສະຫລຸບກອງປະຊຸມທາງອອນລາຍຂອງຄະນະປະຈຳລັດຖະບານ ກັບ 27 ແຂວງ ນະຄອນ ທາງພາກໃຕ້ ຫວຽດນາມ ກ່ຽວກັບວຽກງານປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ 19 ຊື່ງດຳເນີນໃນຕອນເຊົ້າວັນທີ 15 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິງ ເນັ້ນຫນັກ: ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ທັງລະບົບການເມືອງ, ປະຊາຄົມ, ປະຊາຊົນ, ວິສາຫະກິດຈົ່ງມີຄວາມຮັບຜິດຊອບ, ແບ່ງປັນນຳກັນປະຕິບັດການຕ້ານໂລກລະບາດ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຕີລາຄາ: ສະພາບການໂລກລະບາດພວມຜັນແປສັບສົນທີ່ສຸດ ຢູ່ ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ ທາງທິດຕາເວັນອອກພາກໃຕ້, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ບາງແຂວງ ແຄມທະເລພາກກາງ. ຄາດຄະເນວ່າ ໃນຊຸມມື້ຈະມາເຖິງ ສະພາບການຈະສັບສົນຂຶ້ນຕື່ມ ຖ້າພວກເຮົາບໍ່ມີມາດຕະການແກ້ໄຂຢ່າງມີປະສິດທິຜົນ ແລະ ແຮງກວ່າ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງມີມາດຕະການຂ້ຽວຂາດ, ເຄັ່ງຄັດ, ມີໄຫວພິບ, ປະສິດທິຜົນກວ່າ ເພື່ອຈຳກັດ ສະກັດກັ້ນໂລກລະບາດ ຮັບປະກັນຊີວິດຂອງປະຊາຊົນໃຫ້ສະຫງົບສຸກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top