ພາກທີ 1 ແຜນທີ່ ຫວຽດນາມ ໂຮມເຂົ້າກັນເປັນເອກະພາບ.
ຊຸມວັນຕົ້ນເດືອນເມສາ ໃນເຮືອນຫຼັງນ້ອຍຢູ່ຖະໜົນ ເຖາະຫຼາວ ທີ່ ຮ່າໂນ້ຍ, ພວກຂ້າພະເຈົ້າໄດ້ພົບກັບຈິດຕະກອນ ກາວຈ້ອງທ່ຽມ ປີນີ້ ອາຍຸ 80 ປີປາຍແລ້ວ. ທ່ານແມ່ນຜູ້ແຕ້ມແຜນທີ່ ຫວຽດນາມ ໂຮມເຂົ້າກັນເປັນເອກະພາບ ເມື່ອປີ 1976 ທີ່ລົງພິມໃນໜັງສືພິມ ເຢິນເຍິນ ສະບັບພິເສດ ເພື່ອຮັບໃຊ້ການເລືອກຕັ້ງງທົ່ວປະເທດຄັ້ງທຳອິດ ພາຍຫຼັງພາກໃຕ້ໄດ້ຮັບການປົດປ່ອຍ.
ນັ່ງດື່ມນ້ຳຊາ, ສອງຜົວເມຍຈິດຕະກອນ ກາວຈ້ອງທ່ຽມ ໄດ້ເປີດໜັງສືພິມສະບັບພິມຈຳໜ່າຍກ່ອນນີ້ເກືອບເຄິ່ງສະຕະວັດ ເພື່ອເບິ່ງຄືນແຜນທີ່ສີແດງທີ່ມີແຖວຕົວໜັງສື “ປະເທດ ຫວຽດນາມ ແມ່ນໜຶ່ງ, ຊາດ ຫວຽດນາມມ ແມ່ນໜຶ່ງ” ທ່ານໃຫ້ຮູ້ວ່າ:
“ໄດ້ມີແຜນທີ່ຫຼາຍແຜ່ນ ແຕ່ເປັນຫຍັງໜັງສືພິມ ເຢິນເຍິນ ພັດສັ່ງຂ້າພະເຈົ້າແຕ້ມແຜນທີ່ໃໝ່ ເພື່ອລົງພິມໃນໜັງສືພິມສະບັບພິເສດ. ຈຸດປະສົງທີ່ໜັງພິມຢາກຢັ້ງຢືນຜ່ານແຜນທີ່ນີ້ ແມ່ນການຢັ້ງຢືນກ່ຽວກັບອະນາເຂດຢ່າງເປັນທາງການ ແລະ ກ່ຽວກັບອະທິປະໄຕຂອງ ຫວຽດນາມ”.
ຈິດຕະກອນ ກາວຈ້ອງທ່ຽມ ໃຫ້ຮູ້ຕື່ມອີກວ່າ:
“ໂດຍໃຊ້ເວລາພຽງ 24 ຊົ່ງໂມງ ເພື່ອສຳເລັດການແຕ້ມ. ຂ້າພະເຈົ້າຕ້ອງແຕ້ມນັບທັງວັນ ແລະ ຄືນ ເພື່ອນຳໄປພິມໃຫ້ທັນເວລາ. ຂ້າພະເຈົ້າດີໃຈທີ່ສຸດ ຍ້ອນວ່າໜ້າທີ່ນີ້ແມ່ນສຳຄັນຕ້ອງສະແດງໃຫ້ເຫັນວ່າຊາດ ຫວຽດນາມ ແມ່ນໜຶ່ງ ປະເທດ ຫວຽດນາມ ແມ່ນໜຶ່ງ. ພວກເຮົາໄດ້ເສຍສະຫຼະ ຕໍ່ສູ້ ບໍ່ຈັກວ່າເທົ່າໃດຄົນໄດ້ເສຍຊີວິດ ເພື່ອພວກເຮົາມີວັນນີ້”.
ໃນແຜນທີ່ບັນດາສະຖານທີ່ຖືກຈິດຕະກອນສະແດງໃຫ້ເຫັນຢ່າງຈະແຈ້ງ ແລະ ພິເສດບັນດາໝູ່ເກາະ ເຈື່ອງຊາ, ຮວ່າງຊາ ແລະ ເກາະໂທ໋ຈູ ຖືກແຕ້ມເຂັ້ມເພື່ອຢັ້ງຢືນອະທິປະໄຕ. ທ່ານກ່າວຕໍ່ໄປວ່າ:
“ເມື່ອຂ້າພະເຈົ້າແຕ້ມແຜ່ນທີ່ນີ້ ຂ້າພະເຈົ້າສະແດງໃຫ້ເຫັນແຈ້ງວ່າ ຫວຽດນາມແມ່ນຊາດໜຶ່ງ ສອງພາກເໜືອໃຕ້ໄດ້ໂຮມເຂົ້າກັນເປັນເອກະພາບ,ປະຊາຊົນຢູ່ທຸກເຂດແຄວ້ນກໍ່ລ້ວນແຕ່ແມ່ນຊາວ ຫວຽດນາມ. ໃນແຜນທີ່ກໍ່ມີ 38 ແຂວງ ແລະ ນະຄອນ ຊາຍແດນທາງບົກ, ຊາຍແດນທາງທະເລ ຖືກແຕ້ມທີ່ພົ້ນເດັ່ນ”.
ພາກທີ 2 ປະເທດ ຫວຽດນາມ ແມ່ນໜຶ່ງ ຊາດ ຫວຽດນາມ ແມ່ນໜຶ່ງ.
ເພື່ອໃຫ້ຈິດຕພະກອນ ກາວຈ້ອງຈ່ຽມ ກໍ່ຄືຈິດຕະກອນຫຼາຍຄົນອື່ນແຕ້ມບັນດາແຜນທີ່ ຫວຽດນາມ ທີ່ໂຮມເຂົ້າກັນເປັນເອກະພາບ, ໃນ 21 ປີ ແຫ່ງການຕໍ່ຕ້ານຍາວນານ (1954 - 1975) ມີນັກຮົບຊາວ ຫວຽດນາມ ນັບລ້ານຄົນໄດ້ທຳການຕໍ່ສູ້ ແລະ ເສຍສະຫຼະຊີວິດ ຢູ່ສະໜາມຮົບຕ່າງໆ ຈາກພາກເໜືອລົງຮອດພາກໃຕ້ ຈາກເຂດພຸຜາປ່າໄມ້ ເຕິຍງວຽນ ຕະຫຼອດຮອດເຂດທົ່ງພຽງແຄມທະເລ.
ທີ່ທ່ານຫາກໍ່ຮັບຟັງຜ່ານໄປແມ່ນສຽງຂັບຮ້ອງຂອງນາງ ເຈິ່ນທິຮວ່າ ຢູ່ແຂວງ ດົງນາຍ. ນາງແມ່ນໜຶ່ງໃນຈຳນວນນັກໂທດຍິງນັບພັນ ຄົນ ທີ່ຖືກຄຸມຂັງທຸບຕີທໍລະມານຢູ່ຄຸກຕ່າງໆທີ່ຮ້າຍກາດຂອງສັດຕູ ເຂົ້າເມັດຫັກຜັກເສັ້ນດຽວເຂົາເຈົ້າກໍ່ແບ່ງກັນກິນໃນຄຸກ ແລະ ໄດ້ຫັນຄຸກກາຍເປັນໂຮງຮຽນປະຕິວັດ ເພື່ອຕໍ່ສູ້ທວງເອົາສິດຜົນປະໂຫຍດໃຫ້ແກ່ນັກໂທດ.
“ໄລຍະກວ່າເຄິ່ງສະຕະວັດໄດ້ຜ່ານພົ້ນໄປ. ຄາວນັ້ນພວກຂ້າພະເຈົ້າແມ່ນຊາວໜຸ່ມເຍົາວະຊົນທີ່ມີເຈດຈຳນົງອັນແຮງກ້າ ດ້ວຍນ້ຳໃຈຮັກຊາດຢ່າງລົ້ນເຫຼືອ ລືມເນື້ອລືມຕົວກ້າວຂຶ້ນສູ່ທັງໜ້າ ຕັດສິນໃຈໂຈມຕີ ຕັດສິນໃຈເອົາຊະນະຕໍ່ສັດຕູ ແລະ ລູກແຫຼ້ງຕີນມືຂາຍຊາດ”.
“ຄວາມມຸ່ງຫວັງຂອງບັນດານັກໂທດການເມືອງ ແມ່ນບໍ່ມີສິ່ງໃດທີ່ປະເສີດເລີດລ້ຳ ສາມາດສົມທຽບ ແລະ ແລກກັບຄວາມເອກອ້າງທະນົງໃຈ ເພື່ອປະກອບສ່ວນເລືອດເນື້ອ ປະດັບເອ້ໃຫ້ທຸງຊາດ ຫວຽດນາມ”.
ບໍ່ພຽງແຕ່ບັນດາຜູ້ຍັງມີຊີວິດຢູ່ເທົ່ານັ້ນ ຫາກຍັງມີບັນດາພົນທະຫານກ່ອນທີ່ຈະເສຍສະຫຼະຊີວິດ ຍາມໃດກໍ່ມີຄວາມເຊື່ອໝັ້ນຢ່າງແຮງກ້າຕໍ່ວັນມະຫາໄຊ ປະເທດຊາດມີສັນຕິພາບ ຄືຈົດໝາຍຂອງນັກຮົບເສຍສະຫຼະຊີວິດ 3 ຄົນ ສັງກັດກອງພັນໃຫຍ່ ບິງຢ໊າ ພັດປຽບກັນຂຽນເມື່ອປີ 1966 ກ່ອນຈຸດເວລາເສຍສະຫຼະຊີວິດ, 18 ປີຕໍ່ມາ ຄືໃນປີ 1984 ຈົດໝາຍໄດ້ຖືກຊອກເຫັນຢູ່ຄຽງຂ້າງອັດຖິຂອງນັກຮົບສາມຄົນ ຢູ່ແຂວງ ບິ່ງເຢືອງ ບັນດາຜູ້ຍັງມີຊີວິດ ແລະ ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານໄດ້ສ້າງເປັນກຳລັງແຮງສັງລວມ ເປັນບົດເພງອຳມະຕະໃນປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍ ແລະ ປົກປັກຮັກສາປະເທດຊາດຄືດັ່ງຄຳຢືນຢັນຂອງທ່ານ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ໂຕເລິມ ເມື່ອພົບປະກັບພະນັກງານປະຕິວັດ ຜູ້ອະວຸໂສ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຄອບຄົວເປົ້າໝາຍນະໂຍບາຍເຂດພາກໃຕ້ເມື່ອວັນທີ 21 ເມສາ ປີ 2025 ຢູ່ນະຄອນ ໂຮ່ຈີມິນ ທີ່ວ່າ:
“ບໍ່ມີຄຳປະໂຫຍກ ບົດປະພັນໃດໆສາມາດສ່ອງແສງຢ່າງຄົບຖ້ວນກ່ຽວກັບຄວາມຍິ່ງໃຫຍ່ຂອງຊາດຫວຽດນາມ, ຂອງຊາວຫວຽດນາມ, ຂອງທະຫານລຸງ ໂຮ່ ໃນການຕໍ່ຕ້ານສອງຄັ້ງຂອງຊາດຫວຽດນາມ; ບໍ່ມີລາຍການສິລະປະໃດໆທີ່ສາມາດພັນລະນາຈົນສຸດກ່ຽວກັບເຈດຈຳນົງ ແລະ ກຳລັງແຮງອັນໃຫຍ່ຫຼວງຂອງປະຊາຊົນ ຫວຽດນາມ ປະເທດ ຫວຽດນາມ ມີຄວາມຄາດຫວັງປະເທດ ຫວຽດນາມ ແມ່ນໜຶ່ງ ຊາດ ຫວຽດນາມ ແມ່ນໜຶ່ງ. ຈາກແປວໄຟສົງຄາມຄັ້ງຕ່າງໆ, ຊາວ ຫວຽດນາມ ໄດ້ກາຍເປັນຜູ້ໄຊຊະນະ, ກາຍເປັນມະໂນທຳ ແລະ ວິຖີຊີວິດຂອງຫຼາຍປະເທດທຳການຕໍ່ສູ່ປົດປ່ອຍຊາດ, ກາຍເປັນສັນຍາລັກຂອງຍຸກສະໄໝ”.
ປະເທດໃນທຸກວັນນີ້ໄດ້ມີສັນຕິພາບ, ເສລີພາບ. ສັນຕິພາບຖືກສ້າງຂຶ້ນດ້ວຍເລືອດເນື້ອຂອງຄົນລຸ້ນກ່ອນໆ ບໍ່ພຽງແຕ່ນຳມາເຊິ່ງສະຖຽນລະພາບເທົ່ານັ້ນ ຫາກຍັງເປັນພື້ນຖານຢ່າງໝັ້ນແກ່ນ ເພື່ອໃຫ້ເສດຖະກິດພັດທະນາ, ສັງຄົມມີຄວາມກ້າວໜ້າ ປະເທດຊາດວັດທະນາຖາວອນ
ພາກທີ 3. ຫັນປ່ຽນຢ່າງແຮງ
ປີ 1975, ເມື່ອປະເທດຫວຽດນາມໂຮມເຂົ້າກັນເປັນເອກະພາບ, ມີນັກຂ່າວສາກົນໄດ້ເວົ້າວ່າ ຕ້ອງເສຍເວລາຢ່າງໜ້ອຍສຸດ 100 ປີເພື່ອໃຫ້ຫວຽດນາມມີຖານະບົດບາດທີ່ຕັ້ງໃນໂລກ. ແຕ່ໃນຕົວຈິງພາຍຫຼັງ 50 ປີ, ປະເທດຫວຽດນາມມີການຫັນປ່ຽນຢ່າງແຮງໃນແນວຮົບການທູດ, ເສດຖະກິດແລະພັດທະນາສັນຕິພາບ.
ໂດຍເຄີຍມາຫວຽດນາມແຕ່ຊຸມປີ 2000 ແລະ ກັບມາຢາມປະເທດນ້ອຍໆນີ້ເປັນຫຼາຍຄັ້ງແຕ່ອົງອາດກ້າແກ່ນນີ້, ທ່ານ Alain Thomas ນັກຂ່າວຝລັ່ງໃຫ້ຮູ້ວ່າທ່ານຮູ້ສຶກປະທັບໃຈຕໍ່ການຫັນປ່ຽນຢ່າງແຮງຂອງສັງຄົມ ຫວຽດນາມ.
ຕາມທ່ານແລ້ວ, ຈຸດເວລາລົດຖັງຂອງກອງທັບຫວຽດນາມຕຳເຂົ້າປະຕູໂຂງຂອງທຳນຽບເອກະລາດກ່ອນນີ້ 50 ປີໄດ້ສິ້ນສຸດການຄອບງຳຂອງບັນດາອິດທິກຳລັງພາຍນອກທີ່ແກ່ຍາວເປັນເວລານັບເປັນທົດສະວັດ, ສ້າງຂີດໝາຍໄຊຊະນະຢ່າງສົມບູນໃຫ້ແກ່ຊົນຊາດທີ່ໄດ້ຖະແຫຼງປະກາດເອກະລາດແຕ່ປີ 1945 ພາຍໃຕ້ການຊີ້ນຳນຳພາຂອງປະທານໂຮ່ຈີມິນ. ສຳລັບທ່ານແລ້ວ, ນັ້ນແມ່ນຈຸດເວລາທີ່ຊາວຫວຽດນາມຕັດສິນຊາຕະກຳດ້ານການເມືອງແລະເສດຖະກິດຂອງຕົນເອງ.
ຫວຽດນາມແມ່ນຫຼັກຖານຢັ້ງຢືນຢ່າງມີຊີວິດຊີວາໃຫ້ແກ່ຊົນຊາດນ້ອຍໆອາດສາມາດຍາດໄດ້ໄຊຊະນະຕໍ່ບັນດາກຳລັງທີ່ບໍ່ຄິດວ່າຈະປະລາໄຊ ແລະພວມກ້າວເດີນຢ່າງໝັ້ນແກ່ນບົນເສັ້ນທາງກາຍເປັນປະເທດມະຫາອຳນາດເສດຖະກິດອາຊີ.
ທ່ານ Alain Thomas ເນັ້ນໜັກເຖິງການບືນຕົວຂຶ້ນຂອງປະຊາຊົນຊັ້ນກາງຢູ່ບັນດາຕົວເມືອງ, ດ້ວຍລະດັບການດຳລົງຊີວິດທີ່ນັບມື້ນັບໄດ້ຮັບການປັບປຸງແລະຄວາມຕ້ອງການບໍລິໂພກພາຍໃນປະເທດເພີ່ມຂຶ້ນຢ່າງແຮງ. ທ່ານຕີລາຄາສູງມູນເຊື້ອມັກການຮ່ຳຮຽນຂອງຊາວ ຫວຽດນາມ, ທ່ານຖືວ່າ ຄວາມເຂັ້ມງວດ, ດຸໝັ່ນຂະຫຍັນພຽນ ແລະ ມີລະບຽບວິໄນໃນການຮ່ຳຮຽນ ແລະ ເຮັດວຽກແມ່ນຄວາມສາມາດບົ່ມຊ້ອນຊ່ວຍໃຫ້ ຫວຽດນາມບືນຕົວຂຶ້ນໃນຍຸກສະໄໝເສດຖະກິດທົ່ວໂລກ ແລະ ສັງຄົມດີຈີຕອນ 4.0.
ບໍ່ມີການຜັນປ່ຽນໃຫຍ່, ບໍ່ມີການປະທະກັນທາງດ້ານສັງຄົມຢ່າງເລິກເຊິ່ງ, ນີ້ແມ່ນປັດໄຈສຳຄັນຊ່ວຍໃຫ້ ຫວຽດນາມ ກ້າວເຂົ້າສູ່ອະນາຄົດຢ່າງໝັ້ນແກ່ນ, ພິເສດແມ່ນໃນຍຸກສະໄໝເຕັກໂນໂລຢີ ແລະ ໂລກາພິວັດທີ່ເຕັມໄປດ້ວຍການຜັນປ່ຽນ.
ທ່ານ Alain Thomas ຢັ້ງຢືນວ່າຊາວຫວຽດນາມແມ່ນຊົນຊາດທີ່ເຄີຍເອົາຊະນະບັນດາປະເທດມະຫາອຳນາດແລະຈິດໃຈນັ້ນຍັງໄດ້ຝັງເລິກໃນຈິດໃຈຂອງປະຊາຊົນໝົດທຸກຄົນ. ຕາມທ່ານແລ້ວ, ດ້ວຍຄຸນນະທາດ, ຄວາມສະໜິດຕິດພັນແລະຈິດໃຈຢຶດໝັ້ນອາດຫານນັ້ນຈະສືບຕໍ່ແມ່ນກຳລັງໜູນຊ່ວຍຫວຽດນາມຜ່ານຜ່າທຸກສິ່ງທ້າທາຍໃນໄລຍະຈະມາເຖິງບົນວິວັດການບືນຕົວຂຶ້ນຂອງຊາດ.
ເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຍິ່ງສະແດງໃຫ້ເຫັນແຈ້ງຄຸນຄ່າຂອງເອກະລາດ, ເສລີພາບແລະການຮັກສາສະພາບແວດລ້ອມແຫ່ງສັນຕິພາບເພື່ອພັດທະນາປະເທດຊາດ. ພາຍຫຼັງປົດປ່ອຍເປັນເວລາ 50 ປີ, ການພົວພັນຫວຽດນາມ - ອາເມລິກາໄດ້ກາຍເປັນຕົວແບບໃນໂລກກ່ຽວກັບການປອງດອງແລະການຮ່ວມມື, ຈາກການສູ້ຢັນກັນມາເປັນຄູ່ຮ່ວມມືຮອບດ້ານ.
ໃນຊຸມວັນຕົ້ນເດືອນມີນາປີ 2025, ທ່ານ Craig McNamara ໄດ້ເດີນທາງມາຢາມຫວຽດນາມ, ເພິ່ນແມ່ນລູກຊາຍຂອງທ່ານ Robert McNamara ອະດີດລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາໂດຍແມ່ນຜູ້ທີ່ໄດ້ຮັບການຂະໜາມນາມວ່າເປັນນັກແນວຄິດຂອງສົງຄາມຢູ່ຫວຽດນາມ.
ໂດຍປະກົດຕົວທີ່ການໂອ້ລົມຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ, ເຊິ່ງແມ່ນສະຖານທີ່ເກັບຮັກສາວັດຖຸພັນ, ເອກະສານນັບພັນຢ່າງກ່ຽວກັບປະຫວັດສາດ, ການສູ້ຮົບ, ໄຊຊະນະຂອງກອງທັບຫວຽດນາມ. ທ່ານ Craig McNamara ໄດ້ຕິດກາໝາຍທຸງຊາດສອງປະເທດອາເມລິກາແລະຫວຽດນາມຢູ່ຮຽງກັນຄືດັ່ງເປັນສັນຍາລັກຂອງຄວາມປອງດອງກັນ.
ຂ້າພະເຈົ້າໄດ້ຢ້ຽມຊົມຮອບໜຶ່ງຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມແລະສິ່ງທີ່ຍັງຕິດຢູ່ໃນໃຈຂອງຂ້າພະເຈົ້າແມ່ນບັນດາໂອກາດ (ສັນຕິພາບ) ຖືກປະລະໄປ. ເພາະສະນັ້ນ, ຂ້າພະເຈົ້າມີໜ້າຢູ່ທີ່ນີ້ແມ່ນເພື່ອປຶກສາຫາລື,ຊອກຮູ້ສິ່ງທີ່ລຸ້ນພໍ່ລຸ້ນອ້າຍຂອງພວກເພື່ອນແລະລຸ້ນພໍ່ລຸ້ນອ້າຍຂອງເຮົາຜ່ານຜ່າ. ຂ້າພະເຈົ້າໄດ້ຮັບການສ້າງແຫຼ່ງບັນດານໃຈຈາກບັນດາການຢ້ຽມຢາມຢູ່ຫໍພິພິທະພັນປະຫວັດສາດການທະຫານ.
ໃນເວລາກ່ວາ 1 ອາທິດຢູ່ຫວຽດນາມ, ທ່ານ Craig McNamara ໄດ້ເດີນທາງຜ່ານ 6 ແຂວງ, ນະຄອນ, ໄປຢ້ຽມຢາມບັນດາສະຖານທີ່ຕິດພັນກັບຜູ້ເປັນພໍ່ຂອງຕົນໃນໄລຍະສົງຄາມຄື: ຫາດຊາຍທະເລດ່ານັ້ງ, ສະໜາມບິນຕ່າເກີນ… ທ່ານກໍ່ໄດ້ພົບປະກັບນັກຮົບເກົ່າຫວຽດນາມຜູ້ທີ່ເຄີຍຕໍ່ສູ້ຢູ່ຢາລາຍ. ເມື່ອໄປເຂດສຸສານ ເຈື່ອງເຊີນ, ທ່ານໄດ້ຈູດທູບໃຕ້ທຽນໃຫ້ນັບຮ້ອຍຂຸມຝັງສົບແລະຢຸດຢູ່ຕໍ່ໜ້າຂຸມຝັງສົບຂອງນັກຮົບຄົນໜຶ່ງທີ່ເສຍສະຫຼະຊີວິດເພື່ອຊາດໃນປີ 1950.
ຄືດັ່ງຄຳເວົ້າຂອງທ່ານພົນເອກຫວໍຫງວຽນຢາບເວົ້າກັບພໍ່ຂອງຂ້າພະເຈົ້າວ່າພວກເຈົ້າບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພື້ນຖານວັດທະນະທຳຂອງພວກຂ້າພະເຈົ້າ. ຂ້າພະເຈົ້າຮູ້ສຶກເສຍດາຍທີ່ພໍ່ຂອງຂ້າພະເຈົ້າບໍ່ມາຫວຽດນາມເພື່ອຊອກຮູ້ກ່ຽວກັບປະຫວັດສາດນັບພັນປີຂອງພວກເພື່ອນ, ກ່ຽວກັບຊາວຫວຽດນາມ, ກ່ຽວກັບຄວາມຄາດຫວັງຂອງພວກເພື່ອນແມ່ນຢາກທ້ອນໂຮມປະເທດຊາດເປັນເອກະພາບ. ໃນຄັ້ງນີ້ຂ້າພະເຈົ້າມາຫວຽດນາມເພື່ອປະກອບສ່ວນສ້າງອະນາຄົດໃຫ້ແກ່ທັງສອງປະເທດ.
ທ່ານ Craig McNamara ແບ່ງປັນວ່າ ເພິ່ນຈະສະຫງວນເວລາທີ່ຍັງເຫຼືອໃນຊີວິດຂອງຕົນເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວແກ້ໄຂຜົນຕາມມາຈາກສົງຄາມຢູ່ຫວຽດນາມ, ໃນນັ້ນມີຜົນຕາມມາຈາກທາດພິດສີສົ້ມ/ດີໂອຊິນ. ເພິ່ນກໍ່ຈະພິມຈຳໜ່າຍປຶ້ມ “ຍ້ອນພໍ່ຂອງພວກຂ້າພະເຈົ້າຂີ້ສໍ້ລໍ້ລວງ - ຄວາມຊົງໃຈກ່ຽວກັບຄວາມຈິງແລະຄອບຄົວ, ຈາກຫວຽດນາມມາຮອດປັດຈຸບັນ” ສະບັບພາສາຫວຽດ. ປຶ້ມໄດ້ເລົ່າເລື່ອງກ່ຽວກັບວິວັດການປ່ຽນແປງຕົນເອງກາຍເປັນຄົນທີ່ເຂົ້າຮ່ວມຂະບວນການຕ້ານສົງຄາມ,ຄັດຄ້ານສົງຄາມເຊິ່ງພໍ່ຂອງຕົນ ແມ່ນຄົນນຳໜ້າແລະບໍລິຫານ.
ທ່ານຜູ້ຟັງທີ່ເຄົາລົບ, ວັນທີ 30 ເມສາ 2025 ໄດ້ເປັນການສ້າງຂີດໝາຍ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ. ໄຊຊະນະ ວັນທີ 30 ເມສາ1975 ແມ່ນໄຊຊະນະປະຫວັດສາດທີ່ບໍ່ພຽງແຕ່ຢຸດຕິການຕໍ່ສູ້ຍາດເອົາເອກະລາດທີ່ແກ່ຍາວເປັນເວລາຫຼາຍທົດສະຫວັດເທົ່ານັ້ນຫາກຍັງສ້າງພື້ນຖານໃຫ້ແກ່ການບືນຕົວຂຶ້ນຂອງຫວຽດນາມບົນເວທີສາກົນອີກດ້ວຍ. ປັດຈຸບັນ, ຊາດຫວຽດນາມໄດ້ແລະພວມສາມັກຄີເປັນຈິດໜຶ່ງໃຈດຽວ, ກ້າວເຂົ້າສູ່ສັງກາດບຸກບືນຢ່າງໝັ້ນແກ່ນແລະແຮງກ້າ, ພິຊິດບັນດາເປົ້າໝາຍພັດທະນາໃໝ່ບົນພື້ນຖານຂອງບັນດາມໍລະດົກທາງດ້ານຈິດໃຈອັນລ້ຳຄ່າໃນອະດີດຕະການ./.