• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດດີຈີຕອນແມ່ນມາດຕະການແກ້ໄຂໃຫ້ແກ່ພາກພື້ນອິນເດຍ-ອາຊຽນ-ທະວີບໂອເຊອານີ ໃນສະພາບເກີດໂລກລະບາດໂຄວິດ-19

      ບັນດາຄວາມຫຍຸ້ງຍາກ, ການຂາດວັກຂາດຕອນຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນຕໍ່ພື້ນຖານເສດຖະກິດທົ່ວໂລກ, ໃນນັ້ນມີອິນເດຍ - ອາຊຽນ ແລະ ທະວີບໂອເຊອານີ ແມ່ນຮ້າຍແຮງທີ່ສຸດ.

(ງານຕະຫຼາດນັດວາງສະແດງນຳໃຊ້ເຕັກໂນໂລຊີດີຈີຕອນ)
      ມາດຕະການແກ້ໄຂທີ່ຈຳເປັນໃນຈຸດເວລານີ້ແມ່ນຊຸກຍູ້ການເຊື່ອມຕໍ່ດີຈີຕອນ ເພື່ອຮັກສາການເຊື່ອມໂຍງຂອງພາກພື້ນໃນ “ສະພາບປົກກະຕິໃໝ່”. ວັນທີ 04 ສິງຫາ, ກ່າວຄຳເຫັນທີ່ວາລະໄຂກອງປະຊຸມສຸດຍອດດຳເນີນທຸລະກິດທາງອອນລາຍ ແລະ ງານຕະຫຼາດນັດວາງສະແດງນຳໃຊ້ເຕັກໂນໂລຊີດີຈີຕອນອິນເດຍ - ອາຊຽນ- ທະວີບໂອເຊອານີ ຄັ້ງທີ 1, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ຟ້າມແຊັງເຈົາ, ເນັ້ນໜັກວ່າ.
        “ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19, ບໍ່ຫົວຊາຕໍ່ບັ້ນຕ່ສູ້ການຄ້າລະຫວ່າງອາເມລິກາ - ຈີນ ແລະ ສະພາບຂາດສະຖຽນລະພາບທາງດ້ານເສດຖະກິດ, ການເມືອງໃນໂລກ, ໂລກາພິວັດ ແລະ ການເຊື່ອມຕໍ່ທາງດ້ານເສດຖະກິດຍັງແມ່ນທ່າອ່ຽງຕົ້ນຕໍ, ບໍ່ສາມາດປ່ຽນແປງໄດ້. ສິ່ງດັ່ງກ່າວຍິ່ງມີຄວາມໝາຍສຳລັບອິນເດຍ, ບັນດາປະເທດອາຊຽນ ແລະ ທະວີບໂອເຊອານີ. ກາລະໂອກາດແມ່ນມີຫຼາຍທີ່ສຸດ, ໝັ້ນໝາຍຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກຝ່າຍ, ຖ້າຫາກພວກເຮົາມີເຈດຈຳນົງດ້ານການເມືອງຢ່າງພຽງພໍເພື່ອຜ່ານຜ່າບັນດາສິ່ງກີດຂວາງ”.
 (ແຫຼ່ງຄັດຈາກ VOV)
 

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top