• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ ຫວຽດນາມ ມີຄວາມດູດດື່ມສຳລັບນັກລົງທຶນຕ່າງປະເທດແລະເຕັມໄປດ້ວຍພະລັງຊີວິດ

ບຸນເຕັດແມ່ນວັນບຸນປະເພນີທີ່ເປັນມູນເຊື້ອຂອງປະຊາຊົນ ຫວຽດນາມ ກໍ່ຄືປະຊາຊົນຈີນ ແລະຮີດຄອງປະເພນີຕ້ອນຮັບບຸນເຕັດຂອງປະຊາຊົນສອງປະເທດແມ່ນຄ້າຍຄືກັນ ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຊຸງປົວ ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ໃນການຕອບສຳພາດນັກຂ່າວເນື່ອງໃນໂອກາດປີໃຫມ່ 2023. ທ່ານເອກອັກຄະລັດຖະທູດຈີນ ຕີລາຄາສູງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ -ຈີນ ແລະ ແງ່ຫວັງການຮ່ວມມືລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດຈີນ ແບ່ງປັນວ່າ: “ພວກເຮົາແມ່ນເພື່ອນສະຫາຍພ້ອມກັນກ້າວເດີນຕາມເສັ້ນທາງດຽວແລະກໍ່ແມ່ນອ້າຍນ້ອງສະຫນິດສະຫນົມ”. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ບຸນເຕັດແມ່ນວັນບຸນປະເພນີທີ່ເປັນມູນເຊື້ອຂອງປະຊາຊົນ ຫວຽດນາມ ກໍ່ຄືປະຊາຊົນຈີນ ແລະຮີດຄອງປະເພນີຕ້ອນຮັບບຸນເຕັດຂອງປະຊາຊົນສອງປະເທດແມ່ນຄ້າຍຄືກັນ, ປະກອບສ່ວນສ້າງພື້ນຖານວັດທະນະທຳຝ່າຍຕາເວັນອອກ. ເມື່ອເຕື້ອງເຖິງໝາກຜົນຟື້ນຟູເສດຖະກິດຂອງຫວຽດນາມໃນປີ 2022, ທ່ານເອກອັກຄະລັດຖະທູດ ຕີລາຄາສູງລະດັບເຕີບໂຕ GDP ກວ່າ 8% ຂອງຫວຽດນາມ ແລະ ຖືວ່າ ນີ້ແມ່ນລະດັບສູງກວ່າໝູ່ໃນພາກພື້ນ ແລະໂລກ. ທ່ານໃຫ້ຂໍ້ສັງເກດວ່າ: ເສດຖະກິດຫວຽດນາມ ມີຄວາມດູດດື່ມສຳລັບນັກລົງທຶນຕ່າງປະເທດ ພ້ອມກັບການເຄື່ອນໄຫວເສດຖະກິດການຕ່າງປະເທດຢ່າງສະດວກ, ດ້ວຍວົງເງິນການຄ້າບັນລຸກວ່າ 700 ຕື້ USD.
  ທ່ານ ຊຸງປົວ ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ຕອບສຳພາດຕໍ່ນັກຂ່າວ ຂ່າວສານຫວຽດນາມ ເນື່ອງໃນໂອກາດປີໃຫມ່.(ພາບ: TTXVN)  

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top