• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ​ຂອງ​ສະ​ພາ​ແຫ່ງ​ຊ​າດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວ​ດ​ກາ​ຄັ້ງ​ທຳ​ອິດ

ເວທີປາໄສກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ຄັ້ງທຳອິດ ໂດຍ ຄະນະປະຈຳສະພາແຫ່ງຊາດ ຈັດຂຶ້ນ ພາຍໃຕ້ຫົວຂໍ້ “ການຕິດຕາມກວດກາຂອງສະພາແຫ່ງຊາດເພື່ອສ້າງສາພັດທະນາ”.
ບັນດາກາດຂອງເວທີປາໄສ

ຕອນເຊົ້າວັນທີ 6 ສິງຫາ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ເວທີປາໄສກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ຄັ້ງທຳອິດ ໂດຍ ຄະນະປະຈຳສະພາແຫ່ງຊາດ ຈັດຂຶ້ນ ພາຍໃຕ້ຫົວຂໍ້ “ການຕິດຕາມກວດກາຂອງສະພາແຫ່ງຊາດເພື່ອສ້າງສາພັດທະນາ”. ທ່ານ ເຈິ່ນແທັງເໝິິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໄຂກອງປະຊຸມ.

        ເວທີປາໄສໄດ້ສຸມໃສ່ຜັນຂະຫຍາຍບັນດາການກຳນົດທິດ, ທັດສະນະໃໝ່ຕາມມະຕິຂອງສູນກາງພັກ ກ່ຽວກັບການປ່ຽນແປງໃໝ່ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ; ກຳນົດຈຸດສຸມຕິດຕາມກວດກາຂອງອາຍຸການຕໍ່ໄປ ເພື່ອປະຕິບັດແຜນນະໂຍບາຍ, ມະຕິຂອງພັກ, ພິເສດແມ່ນບັນດາມະຕິຍຸດທະສາດຢ່າງມີປະສິດທິຜົນ.

        ເວທີປາໄສກໍຕີລາຄາກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດໃນໄລຍະຜ່ານມາຢ່າງຮອບດ້ານ, ໂດຍສະເພາະແມ່ນບັນດາຈຸດປັບປຸງ, ປ່ຽນແປງໃໝ່, ບັນດາບັນຫາທີ່ໄດ້ວາງອອກໃນການປະຕິບັດຕົວຈິງ, ບັນດາຂໍ້ສະເໜີແນະ, ມາດຕະການຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ປະກອບສ່ວນຮ່ວມເດີນທາງພ້ອມກັບລັດຖະບານໃນສະພາບການ ຫວຽດນາມ ຫາກໍປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນຫົວໜ່ວຍບໍລິຫານ ແລະ ປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ.

 

(ແຫຼ່ງຄັດຈາກ VOV)

ພິ​ທີ​ສະ​ເຫຼີມ​ສະຫຼອງ 58 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ ດ້ວຍ​ຫົວ​ຂໍ້ ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ເຊື່ອມ​ໂຍງ ແລະ ຍືນ​ຍົງ

ພິ​ທີ​ສະ​ເຫຼີມ​ສະຫຼອງ 58 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ ດ້ວຍ​ຫົວ​ຂໍ້ “ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ເຊື່ອມ​ໂຍງ ແລະ ຍືນ​ຍົງ”

“ໃນປີຜ່ານມາ, ຈິດໃຈ ອາຊຽນ ໄດ້ຮັບການພິສູດຢ່າງຈະແຈ້ງ, ນັບແຕ່ການຮ່ວມແຮງຮ່ວມໃຈຍົກຍ້າຍພົນລະເມືອງ ອາຊຽນ ທີ່ອາໄສຢູ່ບັນດາເຂດເກີດການປະທະກັນ ຕະຫຼອດຮອດປະຕິກິລິຍາປະສານສົມທົບ ເຊິ່ງບັນດາປະເທດ ອາຊຽນພ້ອມກັນປະຕິບັດ...."

Top