• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ພະ​ຈິກ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີເວທີປາໄສຕ້ອງເນັ້ນໜັກເຖິງການປ່ຽນແປງຈິນຕະນາການສ້າງກົດໝາຍ ຂອງສະພາແຫ່ງຊາດໃນໄລຍະຜ່ານມາ, ຊີ້ໃຫ້ເຫັນບັນດາວຽກງານທີ່ເຮັດໄດ້ແລ້ວ, ບັນດາວຽກງານເຮັດຍັງບໍ່ໄດ້ ແລະ ສະເໜີສືບຕໍ່ປ່ຽນແປງໃໝ່ວຽກງານສ້າງກົດໝາຍໃນໄລຍະຈະມາເຖິງ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເປັນປະທານເວທີປາໄສ (ພາບ: TTXVN)
ວັນທີ 22 ພະຈິກ, ເວທີປາໄສກ່ຽວກັບການສ້າງກົດໝາຍໄດ້ຈັດຂຶ້ນດ້ວຍຫົວຂໍ້ “ສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນສັງກາດໃໝ່”. ເນື້ອໃນນີ້ໂດຍບັນດາຜູ້ແທນເຫັນດີເປັນເອກະພາບໃນວາລະປະຊຸມຄັ້ງທີ 2 ຂອງ ຄະນະຈັດຕັ້ງເວທີປາໄສກ່ຽວກັບການສ້າງກົດໝາຍທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 15 ພະຈິກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີເວທີປາໄສຕ້ອງເນັ້ນໜັກເຖິງການປ່ຽນແປງຈິນຕະນາການສ້າງກົດໝາຍ ຂອງສະພາແຫ່ງຊາດໃນໄລຍະຜ່ານມາ, ຊີ້ໃຫ້ເຫັນບັນດາວຽກງານທີ່ເຮັດໄດ້ແລ້ວ, ບັນດາວຽກງານເຮັດຍັງບໍ່ໄດ້ ແລະ ສະເໜີສືບຕໍ່ປ່ຽນແປງໃໝ່ວຽກງານສ້າງກົດໝາຍໃນໄລຍະຈະມາເຖິງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ ນີ້ແມ່ນຄັ້ງທຳອິດສະພາແຫ່ງຊາດຈັດຕັ້ງເວທີປາໄສກ່ຽວກັບການສ້າງກົດໝາຍ, ດັ່ງນັ້ນວາງອອກຄວາມຮຽກຮ້ອງຕ້ອງການແມ່ນຕ້ອງຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບ, ແທດຈິງ, ປະຢັດ, ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top