ຂ່າວສານ
ເວທີປາໄສ ອະນາຄົດ ອາຊຽນ 2026 - ເພີ່ມທະວີການຮ່ວມມືກັບ ອາເມລິກາ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ
ກ່າວຄຳເຫັນໃນເວທີປາໄສ ອະນາຄົດ ອາຊຽນ ປີ 2026 ກ່ຽວກັບສາຍພົວພັນທາງການທູດລະຫວ່າງ ອາເມລິກາ ແລະ ອາຊຽນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Christopher Landau ໄດ້ຫວນຄືນການຮ່ວມມືໃນຫຼາຍຂົງເຂດຄື ເສດຖະກິດ, ພະລັງງານ, ປັນຍາປະດິດ, ເຕັກນິກດີຈີຕອນ. ຕາມທ່ານ Christopher Landau ແລ້ວ, ອາຊຽນ ແມ່ນພາກພື້ນໜຶ່ງທີ່ມີຄວາມຫຼາກຫຼາຍ ເມື່ອມີບັນດາປະເທດສະມາຊິກພວມຢູ່ບັນດາໄລຍະພັດທະນາເສດຖະກິດທີ່ແຕກຕ່າງກັນ. ດັ່ງນັ້ນ, ອາເມລິກາ ໃຫ້ຄຳໝັ້ນສັນຍາຮ່ວມມືກັບພາກພື້ນ ອາຊຽນ ທັງຢູ່ລະດັບຫຼາຍຝ່າຍ ແລະ ສອງຝ່າຍ.
ໃນວາລະປຶກສາຫາລືກ່ຽວກັບການຊຸກຍູ້ຄວາມໝັ້ນຄົງດ້ານພະລັງງານ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການສ້າງຄວາມໝັ້ນຄົງດ້ານພະລັງງານຄືນໃໝ່ ຄືເປັນສິ່ງທ້າທາຍຍຸດທະສາດໃນຈຸດເວລາລະຫວ່າງກາງການເຕີບໂຕເສດຖະກິດ, ປະຕິບັດຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດ ແລະ ຄວາມສາມາດຟື້ນຟູຂອງພາກພື້ນ.






