• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ “ການ​ທ່ອງ​ທ່ຽວ​ ຫວຽດ​ນາມ 2021 - ມາດ​ຕະ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ”

ເວທີປາໄສ “ການທ່ອງທ່ຽວ ຫວຽດນາມ 2021 - ມາດຕະການຟື້ນຟູ ແລະ ພັດທະນາ” ຖືກດຳເນີນເພື່ອແນໃສ່ຟື້ນຟູ, ພັດທະນາການເຄື່ອນໄຫວການທ່ອງທ່ຽວໄວທີ່ສຸດ ແຕ່ຍັງຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ. 
ຕາງໜ້າວິສາຫະກິດກ່າວຄຳເຫັນທີ່ເວທີປາໄສ (ພາບ: qdnd.vn)

ວັນທີ 12 ມັງກອນ, ຢູ່ ຫາຍຟ່ອງ ໄດ້ດຳເນີນເວທີປາໄສ “ການທ່ອງທ່ຽວ ຫວຽດນາມ 2021 - ມາດຕະການຟື້ນຟູ ແລະ ພັດທະນາ” ເພື່ອແນໃສ່ຟື້ນຟູ, ພັດທະນາການເຄື່ອນໄຫວການທ່ອງທ່ຽວໄວທີ່ສຸດ ແຕ່ຍັງຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ. ທ່ານ ຫງວຽນກົງຮວານ, ຫົວໜ້າຄະນະສື່ສານ ສະຫະສະມາຄົມ ທ່ອງທ່ຽວ ຫວຽດນາມ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ Flamingo Redtour ຖືວ່າ:

        “ຂ້າພະເຈົ້າມີຂໍ້ສະເໜີວ່າ, ທີໜຶ່ງແມ່ນພວກເຮົາຮ່ວມສຳພັນກະຕຸ້ນການທ່ອງທ່ຽວ ເພື່ອເຮັດແນວໃດຜັນຂະຫຍາຍໄດ້ໃນທົ່ວປະເທດ. ແຕ່ລະທ້ອງຖິ່ນ, ແຕ່ລະຈຸດເວລາ, ແຕ່ລະເຂດພາກ ອາດຈະມີລາຍການກະຕຸ້ນການທ່ອງທ່ຽວທີ່ແຕກຕ່າງກັນ. ຂ້າພະເຈົ້າຢາກຮຽກຮ້ອງໃຫ້ ອຳນາດການປົກຄອງທ້ອງຖິ່ນ, ສະຖານທີ່ທ່ອງທ່ຽວ, ຜູ້ສະໜອງການບໍລິການ ຈະພ້ອມກັບ ບັນດາບໍລິສັດທ່ອງທ່ຽວ, ບໍລິສັດການບິນ ເຂົ້າຮ່ວມຢ່າງຂ້ຽວຂາດ ແລະ ແທດຈິງ”

        ໃນຂອບເຂດຂອງເວທີປາໄສ, ກຸ່ມບໍລິສັດ Flamingo Redtour ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື ແລະ ບົດບັນທຶກຊ່ວຍຈຳ ກັບ ສະໂມສອນ MICE - ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ແລະ ສຳພັນທະມິດກະຕຸ້ນການທ່ອງທ່ຽວຢູ່ ຫວຽດນາມ; ສົມທົບກັນຈັດຕັ້ງເຫດການສົ່ງເສີມ, ໂຄສະນາຜະລິດຕະພັນທ່ອງທ່ຽວໃນຕະຫຼາດພາຍໃນ ແລະ ສາກົນ ປີ 2021.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top