ຂ່າວສານ
ເລຂາທິການໃຫຍ່ ໂຕເລິມ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ສປປ.ເກົາຫຼີ ຢ່າງຈົບງາມ
ໃນຂອບເຂດການຢ້ຽມຢາມ, ການນຳຫຼັກແຫຼ່ງຂອງສອງພັກ, ສອງລັດ ໄດ້ແລກປ່ຽນ, ກຳນົດບັນດາທິດທາງ, ມາດຕະການໃຫຍ່ ຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ເໝາະສົມກັບຜົນປະໂຫຍດ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ, ສອດຄ່ອງກັບບັນດາຂໍ້ກຳນົດທີ່ກ່ຽວຂ້ອງ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 10 ຕຸລາ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມພິທີເດີນຂະບວນສວນສະໜາມ ສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານ ສປປ.ເກົາຫຼີ ຄົບຮອບ 80 ປີ (10/10/1945 - 10/10/2025) ເຊິ່ງຖືກຈັດຂຶ້ນຢູ່ສະໜາມຫຼວງ Kim Il Sung, ນະຄອນຫຼວງ ພຽງຢາງ.