• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ.ເກົາຫຼີ

ການຢ້ຽມຢາມ ແມ່ນໂອກາດເພື່ອໃຫ້ສອງຝ່າຍມີການແລກປ່ຽນຍຸດທະສາດຢ່າງລົງເລິກ, ກຳນົດບັນດາທິດທາງ, ມາດຕະການເພື່ອນຳການພົວພັນລະຫວ່າງສອງປະເທດພັດທະນາຢ່າງແທດຈິງ, ຮອບດ້ານ ແລະ ມີປະສິດທິຜົນ; ເປີດບັນດາກຳນົດທິດພັດທະນາໃໝ່ໄປຍັງບັນດາຂົງເຂດຮ່ວມມືສຳຄັນ ແລະ ມີກຳລັງບົ່ມຊ້ອນ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ແລະ ພັນລະຍາ ທ່ານນາງ ໂງເຟືອງລີ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ

ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ ສ.ເກົາຫຼີ Lee Jae Myung ແລະ ພັນລະຍາ, ຕອນເຊົ້າວັນທີ 10 ສິງຫາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ແລະ ພັນລະຍາ ທ່ານນາງ ໂງເຟືອງລີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ໄປຢ້ຽມຢາມ ທາງລັດຖະກິດຢູ່ ສ.ເກົາຫຼີ ແຕ່ວັນທີ 10 ຫາວັນທີ 13 ສິງຫາ.

ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ຄັ້ງທຳອິດຂອງທ່ານໂຕເລິມ ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່ພັກກອມມູນິດຫວຽດນາມ. ການຢ້ຽມຢາມ ແມ່ນໂອກາດເພື່ອໃຫ້ສອງຝ່າຍມີການແລກປ່ຽນຍຸດທະສາດຢ່າງລົງເລິກ, ກຳນົດບັນດາທິດທາງ, ມາດຕະການເພື່ອນຳການພົວພັນລະຫວ່າງສອງປະເທດພັດທະນາຢ່າງແທດຈິງ, ຮອບດ້ານ ແລະ ມີປະສິດທິຜົນ; ເປີດບັນດາກຳນົດທິດພັດທະນາໃໝ່ໄປຍັງບັນດາຂົງເຂດຮ່ວມມືສຳຄັນ ແລະ ມີກຳລັງບົ່ມຊ້ອນ. ການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານເລຂາການໃຫຍ່ ໂຕເລິມ ຄັ້ງນີ້ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນ ແນໃສ່ຍູ້ແຮງການປະຕິບັດມະຕິສະບັບເລກທີ 59 ຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່.

ອອກຕ້ອນຮັບທ່ານເລຂ່ທິການໃຫຍ່ ໂຕເລີມ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນທະຫານ Seongnam ມີທ່ານລັດຖະມົນຕີ ກະຊວງການຕ່າງປະເທດ Cho Hyun, ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ Choi Young Sam ແລະ ພັນລະຍາ, ຜູ້ບັນຊາການສະໜາມບິນທະຫານ Seongnam, ສະຖານທູດ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມຢຸ່ ສ.ເກົາຫຼີ.

ທ່ານເລຂາທິການໃຫຍ່ To Lam ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Ahn Gyun Back, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບສ.ເກົາຫຼີ - ຫວຽດນາມ

ຕອນບ່າຍວັນທີ 10 ສິງຫານີ້, ຢູ່ນະຄອນຫຼວງເຊອູນ, ທ່ານເລຂາທິການໃຫຍ່ To Lam ໄດ້ໃຫ້ການຕ້ອນຮັບທ່ານ Ahn Gyun Back, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບສ.ເກົາຫຼີ - ຫວຽດນາມ. ຊົມເຊີຍທ່ານ Ahn Gyu Backໄດ້ຮັບການແຕ່ງຕັ້ງເປັນລັດຖະມົນ ກະຊວງປ້ອງກັນປະເທດ ສ.ເກົາຫຼີ, ທ່ານເລຂາທິການໃຫຍ່ ໂຕເລີມ ຫວັງວ່າ ໃນຄວາມຮັບຜິດຊອບໃໝ່ ແລະ ດຳລົງຕຳແໜ່ງປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ, ທ່ານ Ahn Gyu Back ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນກວ່າ.

ສ່ວນທ່ານ Ahn Gyu Back ຢືນຢັນວ່າ, ສະພາແຫ່ງຊາດ ສ.ເກົາຫຼີ ແລະ ກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາຄູ່ຮ່ວມມືປະຕິບັດບັນດາຈຸດໝາຍພັດທະນາໃນໄລຍະໃໝ່, ໃຫ້ຄຳໝັ້ນສັນຍາຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ, ໃນນັ້ນມີການພົວພັນແລກປ່ຽນລະຫວ່າງ 2 ກຸ່ມສະມາຊິກລັດຖະສະພາມິດຕະພາບ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ທ່ານເລຂາທິການໃຫຍ່ ໂຕເລີມ ກ່າວຄຳເຫັນທີ່ການພົບປະ

ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການພົບປະກັບຜູ້ແທນປະມານ 100 ຄົນ ທີ່ຕາງໜ້າໃຫ້ບັນດາຜູ້ຊົງຄຸນວຸດທິ, ປັນຍາຊົນ, ບັນດາ ສະມາຄົມ, ອົງການຈັດຕັ້ງປະຊາຊົນ, ຜູ້ຕາງໜ້າວິສາຫະກິດ ແລະບັນດາອົງການບໍ່ຂຶ້ນກັບລັດຖະບານ ສ.ເກົາຫຼີ ເຄື່ອນໄຫວຢູ່ຫວຽດນາມ.

ຂອບໃຈເພື່ອນມິດ ສ.ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜິດສະໜົມ, ຊຸກຍູ້ການພັດທະນາສາຍພົວພັນມິດຕະພາບ ຫວຽດນາມ - ສ.ເກົາຫຼີ, ທ່ານເລຂາທິການໃຫຍ່ ໂຕເລີມ ປາດຖະໜາວ່າ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ປະກອບສ່ວນເຂົ້າໃນການພົວພັນລະຫວ່າງ 2 ປະເທດ. ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ເປັນສັກຂີພິຍານພິທີປະດັບຫຼຽນໄຊມິດຕະພາບໃຫ້ທ່ານ Chang Ho Ick, ປະທານສະມາຄົມຊາວ ສ.ເກົາຫຼີ ທີ່ຮັກແພງຫວຽດນາມ ຍ້ອນມີການປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໃນຂົງເຂດພົວພັນແລກປ່ຽນວັດທະນະທຳ, ການສຶກສາ, ເສດຖະກິດ ແລະ ມະນຸດສະທຳ.

ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ, ຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງ ເຊອຸນ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີການພົບປະກັບບັນດາສະມາຊິກເຄືອຂ່າຍນະວັດຕະກຳ ຫວຽດນາມ ແລະ ບັນດາຜູ້ຊ່ຽວຊານ ຫວຽດນາມ ຢູ່ ສ.ເກົາຫຼີ. ເຫດການນີ້ໂດຍກະຊວງການເງິນຫວຽດນາມ ແລະ ເຄືອຂ່າຍນະວັດຕະກຳຫວຽດນາມ ຢູ່ ສ.ເກົາຫຼີ ສົມທົບກັນຈັດຕັ້ງ.

(ແຫຼ່ງຄັດຈາກ VOV)

5 ປະ​ເທດ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ຄັດ​ຄ້ານ​ແຜນ​ການ​ຄວບ​ຄຸມ​ເຂດ ກາ​ຊາ ຂອງ ອິດ​ສະ​ຣາ​ແອັນ

5 ປະ​ເທດ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ຄັດ​ຄ້ານ​ແຜນ​ການ​ຄວບ​ຄຸມ​ເຂດ ກາ​ຊາ ຂອງ ອິດ​ສະ​ຣາ​ແອັນ

ວັນທີ 9 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດ ເຢຍລະມັນ, ອີຕາລີ, ລາຊະອານາຈັກ ອັງກິດ, ນິວຊີແລນ ແລະ ອົດສະຕາລີ ໄດ້ລົງນາມໃນຖະແຫຼງການຮ່ວມກ່າວປະນາມແຜນການໂດຍ ຄະນະລັດຖະບານຄວາມໝັ້ນຄົງ ອິດສະຣາແອັນ ຫາກຮັບຮອງເອົາ ເພື່ອແນໃສ່ຄວບຄຸມທົ່ວເຂດ ກາຊາ.

Top