ຂ່າວສານ
ເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ (ກວາງຊີ, ຈີນ)
ຕອນບ່າຍວັນທີ 18 ກຸມພາ, ຢູ່ສຳນັກງານສູນກາງພັກ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບ ທ່ານ ເຈີນເກືອງ ກຳມະການສູນກາງພັກຄອມມູນິດ ຈີນ, ເລຂາຄະນະພັກ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ກວາງຊີ, ຈີນ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ, ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຖືການພັດທະນາການພົວພັນກັບ ຈີນ ເປັນຄວາມຮຽກຮ້ອງຕ້ອງການພາວະວິໄສ, ການເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ ຂອງ ຫວຽດນາມ. ທ່ານເລຂາທິການໃຫຍ່ ສະເໜີ ແຂວງກວາງຊີ ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ; ຜັນຂະຫຍາຍການຮ່ວມມືຢ່າງມີປະສິດທິຜົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດໃນບັນດາຂົງເຂດ, ໂດຍສະເພາະແມ່ນທາງດ້ານເສດຖະກິດ - ການຄ້າ, ພື້ນຖານໂຄງລ່າງ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ປັນຍາປະດິດ (AI)... ຍູ້ໄວການສ້າງທົດລອງຮູບແບບດ່ານຊາຍແດນອັດສະລິຍະ ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ແກ່ການສົ່ງສິນຄ້າຜ່ານຊາຍແດນ, ພິເສດແມ່ນຜະລິດຕະພັນກະເສດຂອງ ຫວຽດນາມ ເຂົ້າຕະຫຼາດ ຈີນ, ຮ່ວມມືກັນຄຸ້ມຄອງຊາຍແດນທາງບົກໃຫ້ເປັນຢ່າງດີ.
ສ່ວນທ່ານ ເຈີນເກືອງ ເລຂາຄະນະພັກເຂດປົກຄອງດ້ວຍຕົນຊົນເຜົ່າຈວາງ, ກວາງຊີ ຢັ້ງຢືນວ່າ ເຂດປົກຄອງດ້ວຍຕົນເອງ ແຂວງກວາງຊີ ຖືການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ ເປັນສຳຄັນ; ພ້ອມທັງປາດຖະໜາວ່າ ສອງຝ່າຍຈະຊຸກຍູ້ການຮ່ວມມືຫຼາຍກວ່າອີກ.