ຂ່າວສານ
ເລຂາທິການໃຫຍ່ ໂຕເລິມ: ຕຳຫຼວດປະຊາຊົນຕ້ອງຮ່ຳຮຽນຢ່າງບໍ່ຢຸດຢັ້ງ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ
ຕອນບ່າຍວັນທີ 19 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມໂຕເລິມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບ 10 ປີແຫ່ງວັນປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງກ່ຽວກັບການຍູ້ແຮງ ແລະ ຮ່ຳຮຽນຕາມແນວຄິດຄຸນສົມບັດ, ແບບແຜນການດຳລົງຊີວິດ ຂອງປະທານໂຮ່ຈີມິນ ແລະ ຕີລາຄາໝາກຜົນການປະຕິບັດຂໍ້ກຳນົດເລທີ 09 ຂອງຄະນະພັກຕຳຫຼວດສູນກາງ ກ່ຽວກັບລະບົບຮ່ຳຮຽນ, ປະຕິບັດ ຄຳສັ່ງສອນຕຳຫຼວດປະຊາຊົນ 6 ຂໍ້ຂອງປະທານໂຮ່ຈີມິນ.
ຢູ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມຢັ້ງຢືນວ່າຄາວຍັງມີຊີວິດ ຢູ່ນັ້ນປະທານໂຮ່ຈີມິນຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ກຳລັງຕຳຫຼວດປະຊາຊົນ ທີ່ມີຄວາມຈົ່ງຮັກພັກດີຕໍ່ພາລະກິດຂອງພັກ, ເພື່ອປະຊາຊົນຮັບໃຊ້, ແມ່ນກຳລັງຫຼັກແຫຼ່ງໃນພາລະກິດການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ເພື່ອເພີ່ມທະວີການປະກອບສ່ວນຂອງກຳລັງຕຳຫຼວດປະຊາຊົນຢ່າງບໍ່ຢຸດຢັ້ງໃນການປະຕິບັດບັນດາເປົ້າໝາຍຍຸດທະສາດຂອງພັກ, ໜຶ່ງໃນບັນດາປັດໄຈຫຼັກແຫຼ່ງແມ່ນຕ້ອງຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ, ປະຕິບັດ ຄຳສັ່ງສອນຕຳຫຼວດປະຊາຊົນ 6 ຂໍ້ຂອງປະທານໂຮ່ຈີມິນ. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:
ໂດຍສືບຕໍ່ຫັນແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນໃຫ້ກາຍເປັນມາດຖານຄຸນສົມບັດຢ່າງລະອຽດ, ເຂົ້າໃຈງ່າຍ, ຈື່ງ່າຍ, ປະຕິບັດງ່າຍ, ມີເປົ້າໝາຍເພື່ອສູ້ຊົນ, ບັນລຸໄດ້ຕາມແຕ່ລະໄລຍະເວລາ, ກວດກາຢ່າງງ່າຍດາຍ, ຕີລາຄາສຳລັບຄະນະພັກທຸກຂັ້ນ, ແຕ່ລະກົມກອງ, ສ່ວນບຸກຄົນໃນກຳລັງຕຳຫຼວດປະຊາຊົນ.







