• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບປະທານສະພາແຫ່ງຊາດສີລັງກາ

ວັນທີ 24 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດສີລັງກາ ເຂົ້າຢ້ຽມຂ່ຳນັບ.


ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບທ່ານປະທານສະພາແຫ່ງຊາດສີລັງກາ Karu Jayauriya

(ພາບ: VOV)

ຊົມເຊີຍທ່ານປະທານສະພາແຫ່ງຊາດສີລັງການທີ່ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຢືນຢັນວ່າ ການມາຢ້ຽມຢາມ ມີຄວາມໝາຍສຳຄັນ, ປະກອບສ່ວນເຂົ້າໃນການປັບປຸງ, ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ສີລັງກາ - ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ ຫວຽດນາມຍາມໃດກໍສະໜັບສະໜູນການພົວພັນຮ່ວມມືກັບບັນດາພັກການເມືອງຢູ່ສີລັງກາ, ສະໜັບສະໜູນເລື່ອງສອງປະເທດແລກປ່ຽນຄະນະຜູ້ແທນຂັ້ນສູງ, ເພີ່ມທະວີການພົວພັນດ້ວຍທຸກທາງຝ່າຍ, ໃນນັ້ນມີທາງຝ່າຍຂອງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ການພົວພັນຕ່າງປະເທດປະຊາຊົນ.

        ສ່ວນທ່ານປະທານສະພາແຫ່ງຊາດສີລັງກາ Karu Jayauriya  ຖືວ່າ ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຢ່າງຫຼວງຫຼາຍ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື ການທ່ອງທ່ຽວ, ການບິນ, ການພົບປະແລກປ່ຽນປະຊາຊົນ, ຊາວໜຸ່ມ, ວັດທະນະທຳພຸດທະສາສະໜາ; ການແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ, ສັງຄົມ… ສີລັງກາ ກໍປາດຖະໜາວ່າ ການນຳຂັ້ນສູງສອງປະເທດຈະຕັ້ງໜ້າຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

(ແຫຼ່ງຄັດຈາກ VOV)


ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top