• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຢຍລະມັນຈະໜູນຊ່ວຍຈຳນວນເງິນ 26,55 ຕື້ເອີໂລ ໃຫ້ແກ່ລາວເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງ 2 ປະເທດ

      ລັດຖະບານເຢຍລະມັນ ຈະໜູນຊ່ວຍສປປ.ລາວ ຈຳນວນເງິນ 26,55 ລ້ານເອີໂລ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງເຢຍລະມັນ-ລາວ ໃນປີ 2020 ນີ້.

ລັດຖະບານເຢຍລະມັນ ຈະໜູນຊ່ວຍສປປ.ລາວ ຈຳນວນເງິນ 26,55 ລ້ານເອີໂລ
(ພາບປະກອບ)
      ແຫຼ່ງຂ່າວດັ່ງກ່າວໂດຍສື່ມວນຊົນລາວ ຄັດຈາກການເຈລະຈາທາງອອນລາຍລະຫວ່າງລັດຖະບານ 2 ປະເທດຫວ່າງມໍ່ໆມານີ້. ຕາມນັ້ນແລ້ວ, 2 ຝ່າຍໄດ້ເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາໂຄງການລວມ, ປະກອບສ່ວນເຂົ້າໃນການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີຄັ້ງທີ 9 (2021 – 2025) ຂອງລາວ. ບັນດາຂົງເຂດຮ່ວມມືບຸລິມະສິດລວມມີ: ການພັດທະນາຊົນນະບົດ, ຊັບພະຍາກອນສິ່ງແວດລ້ອມ, ການພັດທະນາເສດຖະກິດແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງຂອງກົງຈັກບໍລິຫານ.
 (ແຫຼ່ງຄັດຈາກ VOV)
 
 

      

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top