ຫວຽດນາມ ຫາກໍ່ສິ້ນສຸດການເຄື່ອນໄຫວດຳເນີນຊີວິດ້ານການເມືອງຢ່າງເລິກເຊິ່ງ, ກວ້າງຂວາງໃນທົ່ວປະເທດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກ່ຽວກັບການປະກອບຄຳເຫັນໃສ່ຮ່າງເອກະສານຫຼາຍສະບັບ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ. ເລື່ອງຮັບເອົາຄຳເຫັນຂອງປະຊາຊົນແມ່ນບາດກ້າວຕັ້ງໜ້າ, ສະແດງໃຫ້ເຫັນຄວາມມານະພະຍາຍາມເຊື່ອມຕໍ່ລະຫວ່າງພັກ ກັບປະຊາຊົນ, ມຸ່ງໄປເຖິງການຮຽບຮຽງບັນດາເອກະສານຍຸດທະສາດຢ່າງຮອບດ້ານ ແລະ ມີພຶດຕິກຳຕົວຈິງ.
ນັບລ້ານຄຳເຫັນທີ່ສຸດຈິດສຸດໃຈ, ສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມ, ຄວາມໄວ້ເນື້ອເຊື່ອໃຈ ແລະ ພູມປັນຍາລວມຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ. ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງປະຊາຊົນທຸກຊັ້ນວັນນະ ດ້ວຍຄວາມປາດຖະໜາຢາກພ້ອມກັບພັກວາງແຜນທິດທາງພັດທະນາປະເທດຊາດໃນອະນາຄົດ.
ປະຊາທິປະໄຕຢ່າງແທ້ຈິງໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງ
ໃນ1 ເດືອນຜ່ານມາ (ແຕ່ວັນທີ 15 ຕຸລາ - 15 ພະຈິກ), ມີຫຼາຍກອງປະຊຸມ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາໄດ້ຈັດຂຶ້ນຢູ່ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ.. ນີ້ກໍ່ແມ່ນຄັ້ງທຳອິດນຳໃຊ້ການລະບຸຕົວຕົນເອເລັກໂຕນິກແຫ່ງຊາດ VneID, ເປີດຊ່ອງກະທົບທີ່ສະດວກ, ໂປ່ງໃສ ແລະ ມີປະສິດທິຜົນລະຫວ່າງປະຊາຊົນ ແລະ ອົງການທີ່ຮັບຜິດຊອບໜ້າທີ່. ຜ່ານນີ້, ບັນດາ ຜູ້ຊົງຄຸນວຸດທິ, ປັນຍາຊົນ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ລ້ວນແຕ່ເຂົ້າຮ່ວມການປະກອບຄຳເຫັນໃສ່ຮ່າງເອກະສານສະບັບຕ່າງໆທີ່ຈະຍືີ່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ.
ບັນດາຄຳເຫັນປະກອບສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງປະຊາຊົນ ຕໍ່ບັນດາບັນຫາຫຼັກແຫ່ງ, ຄື: ການເຕີບໂຕສີຂຽວ, ການຫັນເປັນດີຈີຕອນ, ກົນໄກການພັດທະນາເຂດ, ຄວາມໝັ້ນຄົງດ້ານພະລັງງານ, ການຫັນປ່ຽນຮູບແບບການເຕີບໂຕ, ຍົກສູງຄຸນນະພາບລະບອບລະບຽບການ… ປະຊາຊົນກໍ່ປາດຖະໜາຢາກປ່ຽນແປງໃໝ່ຢ່າງແຮງ, ປະຕິຮູບຢ່າງເລິກເຊິ່ງກວ່າ, ພິເສດແມ່ນໃນກົນໄກປະຕິບັດນະໂຍບາຍ, ຄວາມຮັບຜິດຊອບຕໍ່ໜ້າທີອະພິປາຍ ແລະ ຍົກສູງຄຸນນະພາບຖັນແຖວ.
ການປະກອບຄຳເຫັນຊີ້ໃຫ້ເຫັນບັນຍາກາດປະຊາທິປະໄຕໄດ້ຮັບການເປີດກວ້າງຍິ່ງກວ່າເວລາໃດໝົດ: ຈາກພະນັກງານ, ນັກຊ່ຽວຊານ, ປັນຍາຊົນ ຕະຫຼອດຮອດຜູ້ອອກແຮງງານ, ຊາວກະສິກອນ, ນັກທຸລະກິດ… ລ້ວນແຕ່ມີໂອກາດປະກອບທັດສະນະຂອງຕົນ. ບໍ່ພຽງແຕ່ແມ່ນສິດເທົ່ານັ້ນ, ຫາກນີ້ໄດ້ກາຍເປັນການເຄື່ອນໄຫວເຂົ້າຮ່ວມບັນດາບັນຫາໃຫຍ່ຂອງປະເທດ.
ຜ່ານບັນດາຮູບແບບປະກອບຄຳເຫັນ, ຕາມການລວບລວມໃນເບື້ອງຕົ້ນແລ້ວ, ມີປະມານ 5 ລ້ານຄຳເຫັນໄດ້ສົ່ງເຖິງບັນດາອົງການທີ່ຮັບຜິດຊອບໜ້າທີ່. ນີ້ແມ່ນຕົວເລກສູງສຸດນັບແຕ່ກ່ອນມາຮອດປະຈຸບັນໃນກອງປະຊຸມໃຫຍ່ຂອງພັກຄັ້ງຕ່າງໆ, ສະແດງໃຫ້ເຫັນແຈ້ງຈິດໃຈປະຊາຊາທິປະໄຕ, ຄວາມເຫັນດີເຫັນພ້ອມ ແລະ ສະຕິຄວາມຮັບຜິດຊອບດ້ານການເມືອງຂອງປະຊາຊົນຕໍ່ບັນດາ ນະໂຍບາຍສຳຄັນຍິ່ງຂອງປະເທດຊາດ.
ຄວາມສະໜິດຕິດພັນລະຫວ່າງ “ແນວຄິດຂອງພັກ - ຈິດໃຈຂອງປະຊາຊົນ”
ຈິດໃຈຮັບເອົາຄວາມເຫັນ, ປັບປຸງ, ກໍ່ສ້າງຂອງພັກ ໄດ້ຊ່ວຍໃຫ້ປະຊາຊົນທຸກຊັ້ນວັນນະປະກອບກຳລັງ, ພູມປັນຍາໃຫ້ພັກ.
ໃນບົດຂຽນ “ເສີມຂະຫຍາຍກຳລັງແຮງຂອງກຸ້ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອພັດທະນາປະເທດຊາດ” ໃນວັນທີ 12 ພະຈິກ, ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ຢືນຢັນຫຼັກຖານພະຍານທີ່ດີເດັ່ນຫວ່າງມໍ່ໆມານີ້ກ່ຽວກັບຈິດໃຈສາມັກຄີ, ປະຊາທິປະໄຕໃນສັງຄົມ ນັ້ນແມ່ນບັ້ນດຳເນີນຊີວິດດ້ານການເມືອງ ປະກອບຄຳເຫັນໃສ່ຮ່າງເອກະສານສະບັບຕ່າງໆເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ. ຕາມທ່ານເລຂາທິການໃຫຍ່ແລ້ວ, ທັດສະນະຂອງປະຊາຊົນ - ເລີ່ມມາຈາກພຶດຕິກຳຕົວຈິງ - ຈະແມ່ນການປະກອບສ່ວນອັນລ້ຳຄ່າ, ຊ່ວຍໃຫ້ພັກປັບປຸງແນວທາງໃຫ້ສົມບູນແບບ, ສ່ອງແສງ ເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຢ່າງຖືກຕ້ອງຂອງປະຊາຊົນໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ໃນໄລຍະຈະມາເຖິງ.
ເມື່ອເຕື້ອງເຖິງຄວາມສະໜິດຕິດພັນລະຫວ່າງພັກ ກັບປະຊາຊົນ ຜ່ານການຮັບເອົາຄຳເຫັນຜ່ານມາ. ທ່ານ ລ້າຍຊວັນມົນ, ຮອງຫົວໜ້າຜູ້ປະຈຳການຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ຊີ້ແຈ້ງວ່າ:
“ທິດນຳ ທັດສະນະຂອງພັກແມ່ນຖືປະຊາຊົນເປັນໃຈກາງ, ປະຊາຊົນເປັນເຈົ້າກຳ, ທຸກແຜນນະໂຍບາຍ, ນະໂຍບາຍ, ນະໂຍບາຍຊີ້ຂາດຂອງພັກ ລ້ວນແຕ່ມຸ່ງໄປເຖິງປະຊາຊົນ. ປະຕິບັດຫຼັກການ ພັກຕິດພັນເລືອດເນື້ອກັບປະຊາຊົນ, ອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ. ຜ່ານບັ້ນຮັບເອົາຄຳເຫັນຜ່ານມາ, ມີຫຼາຍຄຳເຫັນຂອງປະຊົນດີທີ່ສຸດ, ເລິກເຊິ່ງທີ່ສຸດ, ທັງປະກອບໃສ່ເນື້ອໃນເອກະສານຂອງພັກ ທັງປະດິດສ້າງ, ສະເໜີຄວາມເຫັນ, ທັງຍົກອອກບັນດາມາດຕະການແກ້ໄຂທີ່ແທດຈິງ”.
ບັ້ນຮັບເອົາຄຳເຫັນປະກອບໃສ່ຮ່າງເອກະສານສະບັບຕ່າງໆທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ໄດ້ສະແດງໃຫ້ເຫັນສິ່ງທີ່ເປັນພື້ນຖານ: ນ້ຳໃຈຂອງປະຊາຊົນແມ່ນມຸ່ງໄປເຖິງພັກ. ນັບລ້ານຄຳເຫັນທີ່ປະກອບໃນໄລຍະ 1 ເດືອນຜ່ານມາ ສະແດງໃຫ້ເຫັນການປະສົມປະສານລະຫວ່າງພັກກັບປະຊາຊົນ, ແມ່ນປະຊາທິປະໄຕແທ້ຈິງ, ແມ່ນພູມປັນຍາສັງຄົມ ພ້ອມກັນຂັດເລືອກເສັ້ນທາງພັດທະນາ.









