• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​​ພົບ​ປະແລກ​ປ່ຽນ​ຊາວ​ໜຸ່ມກອງ​ທັບ​ຫວຽດ​ນາມ - ລາວ

ຕອນບ່າຍວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ການໂອ້ລົມສົນທະນາລະຫວ່າງຄະນະຜູ້ແທນຊາວໜຸ່ມກອງທັບສອງປະເທດ ຫວຽດນາມ ແລະ ລາວ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ພັນໂທ ເຈິ່ນຫວຽດນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ (ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ) ແລະ ພັນໂທ ຫົງທອງ ສີຊານົນ, ຮອງຫົວໜ້າຫ້ອງວຽກງານຊາວໜຸ່ມກອງທັບປະຊາຊົນລາວ.
  ການໂອ້ລົມສົນທະນາລະຫວ່າງຄະນະຜູ້ແທນຊາວໜຸ່ມກອງທັບສອງປະເທດ ຫວຽດນາມ ແລະ ລາວ  

ຄະນະຜູ້ແທນຊາວໜຸ່ມກອງທັບສອງປະເທດ ໄດ້ແລກປ່ຽນມາດຕະການເພື່ອຊຸກຍູ້ວຽກງານຊາວໜຸ່ມໃນກອງທັບຂອງແຕ່ລະປະເທດ ແລະ ເພີ່ມທະວີການພົວພັນແລກປ່ຽນ, ການຮ່ວມມືລະຫວ່າງຊາວໜຸ່ມກອງທັບສອງປະເທດໃນຫຼາຍດ້ານ, ຫຼາຍຂົງເຂດ, ເພື່ອແນໃສ່ຮັກສາ, ພັດທະນາສາຍພົວພັນລະຫວ່າງສອງປະເທດ, ສອງກອງທັບໃຫ້ຫຼາຍກວ່າອີກ.

ທີ່ກອງປະຊຸມໂອ້ລົມສົນທະນາ, ທ່ານພັນໂທ ຫົງທອງ ສີຊານົນ ໄດ້ສະເໜີບາງເນື້ອໃນ, ຄື: ໃຫ້ເພີ່ມເຕີມເອກະສານກ່ຽວຂ້ອງເຖິງວຽກງານຊາວໜຸ່ມເຂົ້າໃນຊຸດຝຶກອົບຮົມ; ສ້າງເງື່ອນໄຂຈັດການໄປທັດສະນະສຶກສາຕື່ມອີກ ເພື່ອໃຫ້ພະນັກງານ, ຊາວໜຸ່ມ, ກອງທັບປະຊາຊົນລາວ ມີໂອກາດໄດ້ເຫັນປະຈັກຕາການປ່ຽນແປງຢ່າງຕັ້ງໜ້າທາງດ້ານເສດຖະກິດ - ສັງຄົມຂອງນະຄອນຫຼວງ ຮ່າໂນ້ຍ ເວົ້າສະເພາະ ແລະ ປະເທດ ຫວຽດນາມ ເວົ້າລວມ…

(ແຫຼ່ງຄັດຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top