• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ໄທ

ທີ່​ການ​ພົບ​ປະ​ກັບ​ທ່ານສອນ​ໄຊ ສີ​ພັນ​ດອນ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ, ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ, ການພົບ​ປະ​ຂັ້ນ​ສູງ ແລະ ທຸກ​ຂັ້ນ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ວິ​ຊາ​ການ, ການແບ່ງ​ປັນ​ບົດ​ຮຽນ​​ປະ​ສົບ​ການ​ໃນ​ວຽກ​ງານ​ກໍ່​ສ້າງ​ກົດ​ໝາຍ.
ທ່ານເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ (ພາບ: VOV)

ຕອນ​ບ່າຍ​ວັນ​ທີ 8 ມິ​ຖຸ​ນາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທ່ານ​ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ພົບ​ປະ​ກັບ​ທ່ານ​ ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແລະ ທ່ານ ອະ​ນຸ​ທິນ ຊານ​ວີ​ຣະ​ກຸນ ນາ​ຍົກ​ລັດ​ຖະ​ມົນ​ຕີ​​ແຫ່ງລາ​ຊະ​ອາ​ນາ​ຈັກ ໄທ, ເນື່ອງ​ໃນ​ໂອ​ກາດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ມາ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026.

ທີ່​ການ​ພົບ​ປະ​ກັບ​ທ່ານສອນ​ໄຊ ສີ​ພັນ​ດອນ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ, ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ, ການພົບ​ປະ​ຂັ້ນ​ສູງ ແລະ ທຸກ​ຂັ້ນ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ວິ​ຊາ​ການ, ການແບ່ງ​ປັນ​ບົດ​ຮຽນ​​ປະ​ສົບ​ການ​ໃນ​ວຽກ​ງານ​ກໍ່​ສ້າງ​ກົດ​ໝາຍ; ຕິດ​ຕາມກວດ​ກາ ແລະ ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ; ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ໃນ​ພາກ​ພື້ນ ແລະ ສາ​ກົນ; ຜັນ​ຂະ​ຫຍາຍ ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ທີ່ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແລ້ວ​ໃຫ້​ສຳ​ເລັດ

ສອງ​ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ກາ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງຄົມ​ມະ​ນາ​ຄົມ, ພະ​ລັງງານ, ການ​ຄ້າ ແລະ ການ​ລົງ​ທຶນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​​ວິ​ສາ​ຫະ​ກິດ​ສອງ​ຝ່າຍ​​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ໃນ​ບັນ​ດາ​ຂົງ​ເຂດ​ພະ​ລັງ​ງານ​ສະ​ອາດ, ກະ​ສິ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ ແລະ ການ​ຄ້າ​ເຂດ​ຊາຍ​ແດນ.

ທີ່​ການ​ພົບ​ປະ​ກັບ​ທ່ານອະ​ນຸ​ທິນ ຊານ​ວີ​ຣະ​ກຸນ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງລາ​ຊະ​ອາ​ນາ​ຈັກ ໄທ , ທ່ານ ​ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ປາດ​ຖະ​ໜາວ່າລັດ​ຖະ​ບານ​ໄທ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ໄທ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​​ຊີ​ວິດ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ ແລະ ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ສຳ​ຄັນ​ໃຫ້​ແກ່​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຊາດ.

(ແຫຼ່ງຄັດຈາກ VOV)

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ແຕ່ວັນທີ 16 – 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ຈະຈັດງານຕະຫຼາດນັດ ຫວຽດນາມ - ລາວ 2026 (VIETLAO EXPO 2026).

Top