ໃນຂອບເຂດການໄປປະຕິບັດງານຢູ່ສະຫະລັດ ອາຣັບ ເອມີເລັດ (UAE), ຕ່ອນຄ່ຳວັນທີ 1 ທັນວາ, ຢູ່ດູບາຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານ Abdulrahman Abdulmannan Al-Awar ລັດຖະມົນຕີກະຊວງແຫຼ່ງຊັບພະຍາກອນມະນຸດ UAE.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຕີລາຄາສູງເລື່ອງທ່ານລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລະ ທ່ານ ລັດຖະມົນຕີກະຊວງແຫຼ່ງຊັບພະຍາກອນມະນຸດ UAE ໄດ້ມີການເຮັດວຽກບັນລຸປະສິດທິຜົນ ແລະ ໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດ ແຫຼ່ງຊັບພະຍາກອນມະນຸດລະຫວ່າງສອງປະເທດ. ທ່ານສະເໜີໃຫ້ທ່ານລັດຖະມົນຕີກະຊວງແຫຼ່ງຊັບພະຍາກອນມະນຸດ UAE ໜູນຊ່ວຍບຳລຸງສ້າງ, ສອນວິຊາຊີບເພື່ອໃຫ້ຄົນງານ ຫວຽດນາມ ສາມາດຍົກສູງທັກສະ ກໍ່ຄືກຳແໜ້ນວັດທະນະທຳ, ຮິດຄອງປະເທນີຂອງ UAE.
ສ່ວນທ່ານລັດຖະມົນຕີກະຊວງແຫຼ່ງຊັບພະຍາກອນມະນຸດ UAE ໄດ້ໃຫ້ຮູ້ວ່າ UAE ພວມທິຄວາມຕ້ອງການດ້ານແຮງງານຕ່າງປະເທດຫຼາຍທີ່ສຸດ, ທ່ານໄດ້ຕີລາຄາສູງ ແລະ ຢືນຢັນວ່າຄົນງານ ຫວຽດນາມ ໄດ້ປະກອບສ່ວນສຳຄັນທີ່ສຸດໃຫ້ແກ່ຕະຫຼາດແຮງງານຢູ່ UAE.