• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີບັນດາມາດຕະການເພື່ອຮັບປະກັນການຄວບຄຸມໂລກລະບາດໃນຂອບເຂດທົ່ວປະເທດ

ໄລຍະຈະມາເຖິງພວກເຮົາສືບຕໍ່ຈິດໃຈ “ ຕ້ານໂລກລະບາດຄືຕ້ານສັດຕູ” ຕ້ອງສົມທົບຢ່າງກົມກຽວລະຫວ່າງການປ້ອງກັນ ແລະບຸກໂຈມຕີ.
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງກ່າວຄຳເຫັນທີ່ກອງປະຊຸມ. ພາບ:VGP

ວັນທີ 3 ມິຖຸນາ, ທີ່ກອງປະຊຸມນັດສາມັນເດືອນ ພຶດສະພາ ຂອງລັດຖະບານ ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ, ລັດຖະບານໄດ້ຮັບຟັງບົດລາຍງານ ແລະ ປຶກສາຫາລືກ່ຽວກັບວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19. ຕາມບົດລາຍງານແລ້ວ, ນັບແຕ່ວັນທີ 27 ເມສາ ຮອດປະຈຸບັນ, ຫວຽດນາມ ກວດພົບ 4.780 ຄົນຕິດເຊື້ອໂຄວິດ  ແລະ ຫວຽດນາມ ໄດ້ສັກວັນຊີນກັນໂຄວິດກວ່າ 1,1ລ້ານ ໂດສ ໃຫ້ປະຊາຊົນບັນດາແຂວງ, ນະຄອນແລ້ວ. ທ່ານນາຍົກລັດຖະມົນຕີ ຖືວ່າ: ໄລຍະຈະມາເຖິງພວກເຮົາສືບຕໍ່ຈິດໃຈ “ ຕ້ານໂລກລະບາດຄືຕ້ານສັດຕູ” ຕ້ອງສົມທົບຢ່າງກົມກຽວລະຫວ່າງການປ້ອງກັນ ແລະບຸກໂຈມຕີ.

 “ຕ້ອງມີຄວາມອົດກັ້ນຍູ້ໃຫ້ໂລກລະບາດຖອຍໄປ ແລະສະກັດກັ້ນຢ່າງມີປະສິດທິຜົນ ເພື່ອຮັກສາສຸຂະພາບ ຊີວິດອິນຊີຂອງປະຊາຊົນ, ຟື້ນຟູ ແລະ ພັດທະນາເສດຖະກິດ, ຮັກສາສະຖຽນລະພາບດ້ານການເມືອງ ຄວາມໝັ້ນຄົງ ປອດໄພ, ປັບປຸງ ແລະເພີ່ມທະວີການພົວພັນຕ່າງປະເທດ, ຮັບປະກັນຊີວິດສັງຄົມ ເປັນຕົ້ນແມ່ນຜູ້ມີຄວາມສ່ຽງ”

ກ່ຽວກັບສະພາບການເສດຖະກິດສັງຄົມ, ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ເຖິງວ່າ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ກໍຕາມ ແຕ່ເສດຖະກິດ ສັງຄົມໃນເດືອນ ພຶດສະພາ ແລະ 5ເດືອນປີ 2021 ຍັງຄົງບັນລຸໄດ້ບັນດາໝາກຜົນພົ້ນເດັ່ນ: ປົກປັກຮັກສາ ແລະຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ສຳເລັດຜົນ; ເສດຖະກິດມະຫາພາກສະຖຽນລະພາບ,ໄພເງິນເຟີ້ໄດ້ຮັບການຄວບຄຸມ, ອັດຕາດອກເບ້ຍ, ອັດຕາແລກປ່ຽນເງິນຕາເປັນປົກກະຕິ, ການຜະລິດອຸດສາຫະກຳເພີ່ມຂຶ້ນສູງພໍສົມຄວນ, ການສົ່ງອອກຮັກສາໄດ້ທ່າເຕີບໂຕ, ການດຶງດູດການລົງທຶນຂອງຕ່າງປະເທດເພີ່ມຂຶ້ນ, ເກັບລາຍຮັບງົບປະມານບັນລຸໝາກຜົນດີສົມຄວນ, ສະຫວັດດີການສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມເປັນປົກກະຕິ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ຮັບປະກັນ.

ກ່ຽວກັບຫນ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເຫນີ: ນະໂຍບາຍເງິນຕາ,ງົບປະມານຕ້ອງມີຄວາມກົມກຽວ, ເໝາະສົມເພື່ອຮັບປະກັນຄວບຄຸມໄພເງິນເຟີ້, ທັງຮັບປະກັນການເຕີບໂຕ. ພ້ອມກັນນັ້ນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top