ຕອນບ່າຍວັນທີ 14 ກໍລະກົດ, ຢູ່ ປັກກິ່ງ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຈີນ ຕາມຄຳເຊີນຂອງສູນກາງພັກກອມມູນິດ ຈີນ, ທ່ານ ເລມິນຈີ, ຫົວໜ້າຄະນະພົວພັນພາຍໃນສູນກາງພັກກອມມູນິດ ຫວຽດນາມ ໄດ້ມີການພົບປະສົນທະນາກັບ ທ່ານ ຫວັງຮູ່ນິງ, ປະທານສະພາທີ່ປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ.
ທີ່ການພົບປະສົນທະນາ, ທ່ານຫົວໜ້າຄະນະພົວພັນພາຍໃນສູນກາງພັກ ເລມິນຈີ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ຈີນ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ. ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານ ເລມິນຈີ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນຕາມທິດດຸ່ນດ່ຽງ, ຍືນຍົງ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນ…
ສ່ວນທ່ານ ຫວັງຮູ່ນິງ, ປະທານສະພາທີ່ປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ ຢືນຢັນວ່າ ຈີນ ຖືການພົວພັນກັບ ຫວຽດນາມ ແມ່ນທິດທາງໃຫ້ບຸລິມະສິດໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງ; ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ຊຸກຍູ້ການພົວພັນ 2 ປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ, ແທ້ຈິງ ແລະ ມີປະສິດທິຜົນ.






