• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນສະໂລວາເກຍ

      ຕອນບ່າຍວັນທີ 3/6, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງພາຍໃນ ສະໂລວາເກຍ Robert Kalinak ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ທ່ານຮອງນາຍົກລັດຖະມົນຕີ
ທັງເປັນລັດຖະມົນຕີກະຊວງພາຍໃນ ສະໂລວາເກຍ Robert Kalinak
      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຊົມເຊີຍຄະນະທີີ່ມາຢ້ຽມຢາມເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ 2 ກະຊວງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຊົມເຊີຍໝາກຜົນການເຈລະຈາລະຫວ່າງ 2 ກະຊວງຕຳຫຼວດ, ເປັນຕົ້ນແມ່ນການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ ພິເສດໃນການຮ່ວມມືຕ້ານອາດຊະຍາກຳ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກສະເໜີ ສະໂລວາເກຍ ຊຸກຍູ້ສະຫະພາບເອີລົບລົງນາມໃນສັນຍາການຄ້າເສລີ ຫວຽດນາມ- ສະຫະພາບເອີລົບໂດຍໄວ.
   ສ່ວນທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງພາຍໃນ ສະໂລວາເກຍ Robert Kalinak ເນັ້ນໜັກເຖິງສາຍພົວພັນເພື່ອນມິດທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ສະໂລວາເກຍ. ທ່ານໃຫ້ຮູ້ວ່າ 2 ກະຊວງໄດ້ເຫັນດີຍູ້ແຮງການຮ່ວມມືກໍ່ສ້າງພະນັກງານ, ສ້າງຕັ້ງບັນດາໜ່ວຍງານລົງເລິກວິຊາສະເພາະເພື່ອປຶກສາຫາລືກ່ຽວກັບຮູບແບບເນື້ອໃນການຮ່ວມມື. 
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top