• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຄວບຄຸມເຊື້ອໄວຣັດສາຍພັນໃໝ່ Omicron

      ວັນທີ 19 ທັນວາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເຊັນໂທລະເລກທາງການເລກທີ 1745 ຂອງນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຄວບຄຸມເຊື້ອໄວຣັດສາຍພັນໃໝ່ Omicron.
ພາບປະກອບ: ttxvn
      ໂທລະເລກທາງການໄດ້ຊີ້ແຈ້ງວ່າ: ໂລກລະບາດໂຄວິດ - 19 ໃນໂລກສືບຕໍ່ມີການຜັນແປຢ່າງສັບສົນ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ສຳລັບເຊື້ອໄວຣັດສາຍພັນ Omicron. ເຊື້ອໄວຣັດສາຍພັນ Omicron ມີຄວາມອາດສາມາດປະກົດຕົວຢູ່ ຫວຽດນາມ ແມ່ນສູງທີ່ສຸດ.
      ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຕິດຕາມສະພາບການຜັນແປຂອງໂລກລະບາດໂຄວິດ - 19 ໃນທົ່ວໂລກຢ່າງໄກ້ຊິດ, ມີການຊີ້ນຳ, ແນະນຳ ແລະ ລາຍງານຕໍ່ນາຍົກລັດຖະມົນຕີຢ່າງທັນການ ເພື່ອຊີ້ນຳມາດຕະການທີ່ຈຳເປັນ ແລະ ເໝາະສົມ. ກະຊວງສາທາລະນະສຸກ ບໍ່ປະໃຫ້ຕົກເຂົ້າສູ່ທ່າຮັບ ຫຼື ເກີດບັນຫາຢ່າງກະທັນຫັນ; ບໍ່ປະໃຫ້ລະບົບສາທາລະນະສຸກເຄື່ອນໄຫວເກີນຄວາມສາມາດໃນວົງກ້ວາງ, ຮີບເຮັ່ງແນະນຳກ່ຽວກັບການຕີລາຄາລະດັບຂອງການແຜ່ລະບາດ ແລະ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດທີ່ຈຳເປັນໃຫ້ເໝາະສົມກັບ ສະພາບການຜັນແປຂອງໂລກລະບາດ, ອາກາດລະດູໜາວ ແລະ ຄວາມສ່ຽງຈາກເຊື້ອໄວຣັດສາຍພັນ Omicron, ເພີ່ມທະວີການຊີ້ນຳວຽກງານຕິດຕາມໂລກລະບາດໂຄວິດ - 19 ເພື່ອກວດພົບເຊື້ອໄວຣັດສາຍພັນໃໝ່ໂດຍໄວ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top