• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີ ສາຍພົວພັນ ຫວຽດນາມ-ສິງກະໂປ

ຫວຽດນາມ ຍຶດໝັ້ນ ແນວທາງ ການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາ; ຫັນພົວພັນການຕ່າງປະເທດເປັນ ຫຼາຍຝ່າຍ, ຫຼາຍຮູບແບບ ; ຕັ້ງໜ້າ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າ​ກັບສາກົນ ຢ່າງຮອບດ້ານ, ເລິກເຊິ່ງ ແລະ ມີປະສິດທິຜົນ.
  ທ່ານ ເຈີ່ນເກິ້ມ​ຕ​ູ, ກຳມະການ ກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການໄດ້ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ ວັນຊາດ ຫວຽດ​ນາມ ຄົບຮອບ 81 ປີ (ພາບ: VNA)  

ວັນ​ທີ 24 ສິງ​ຫາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດຕັ້ງ ພິທີ ສະເຫຼີມສະຫຼອງ ວັນຊາດ ຫວຽດ​ນາມ ຄົບຮອບ 81 ປີ (2/9/1945-2/9/2026). ທ່ານ ເຈີ່ນເກິ້ມ​ຕ​ູ, ກຳມະການ ກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການໄດ້ເຂົ້າຮ່ວມເຫດການເນື່ອງ​ໃນ​ໂອ​ກາດໄປຢ້ຽມຢາມ ສິງກະໂປຢ່າງເປັນທາງການ ແລະ ເປັນປະທານຮ່ວມ ການເຈລະຈາ ຍຸດທະສາດ ຫວຽດນາມ-ສິງກະໂປ ຄັ້ງທີ 1. ກ່າວຄຳເຫັນ ໃນພິທີ, ທ່ານ ເຈີ່ນ ເກິ້ມຕູ ເນັ້ນໜັກວ່າ ຫວຽດນາມ ຍຶດໝັ້ນ ແນວທາງ ການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາ; ຫັນພົວພັນການຕ່າງປະເທດເປັນ ຫຼາຍຝ່າຍ, ຫຼາຍຮູບແບບ ; ຕັ້ງໜ້າ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າ​ກັບສາກົນ ຢ່າງຮອບດ້ານ, ເລິກເຊິ່ງ ແລະ ມີປະສິດທິຜົນ.

ສ່ວນ ທ່ານ Chan Chun Sing, ລັດຖະມົນຕີ ປະສານງານ ການບໍລິການສາທາລະນະ, ລັດຖະມົນຕີ ກະຊວງປ້ອງກັນປະ​ເທດ ສິງກະໂປ, ໄດ້ຢັ້ງຢືນວ່າ ສິງກະໂປ ແລະ ຫວຽດນາມ ພ້ອມກັນ ປະສານງານ ​ເປັນຢ່າງດີ ໃນການຮັກສາ ບົດບາດ ເປັນໃຈກາງ ຂອງ ອາຊຽນ, ສ້າງໂຄງປະ​ກອ​ບ ​ພາກ​ພື້ນທີ່ກວມ​ລວມ ແລະ ອີງໃສ່ ກົດລະບຽບ, ກໍຄືການຮັບມື ບັນດາ ສິ່ງທ້າທາຍ ຂ້າມຊາດ. ສອງຝ່າຍ ຈະສືບຕໍ່ ຮ່ວມມື ແລະ ປະສານງານ ຢ່າງແໜ້ນແຟ້ນແນ່ໃສ່ ຍູ້​ແຮງການເຊື່ອມໂຍງດ້​ານເສດຖະກິດ ແລະ ຮັກສາ ຄວາມໝັ້ນຄົງ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ກໍຄື ຢູ່​ພາກ​ພື້ນ ທີ່ກວ້າງໃຫຍ່ກວ່າ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top