• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັ​ນ​ເຈົ້າ​ການ​ຮັບ​ມື​ກັບ​ພາ​ຍຸ Saudel ແລະ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ທຳ​ມະ​ຊາດ​ຢູ່​ພາກ​ກາງ ໂດຍ​ດ່ວນ

 ຕາມສູນອຸຕຸນິຍົມ - ອຸທົກກະສາດ ແຫ່ງຊາດ ແລ້ວ, ຕອນເຊົ້າວັນທີ 21 ຕຸລາ, ພາຍຸ Saudel ໄດ້ເຄື່ອນໄປຮອດເຂດທະເລຕາເວັນອອກ ແລະ ຄາດວ່າຈະສົ່ງຜົນສະທ້ອນໂດຍກົງເຖິງເຂດດິນຕໍ່ແຜ່ນຫວຽດນາມ ແຕ່ຄ່ຳຄືນວັນທີ 24 ຕຸລາ ຫາ ວັນທີ 25 ຕຸລາ.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ່ງດິ່ງຢຸງ ເປັນປະທານກອງປະຊຸມ ຜັນຂະຫຍາຍວິທີການຮັບມືກັບພາຍຸ Saudel (ພາບ: VGP) 

ຕອນເຊົ້າວັນທີ 21 ຕຸລາ ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ່ງດິ່ງຢຸງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບອຸບັດຕິເຫດ, ໄພທຳມະຊາດ ແລະ ກູ້ໄພກູ້ຊີບ ໄດ້ເປັນປະທານກອງປະຊຸມ ຜັນຂະຫຍາຍວິທີການຮັບມືກັບພາຍຸ Saudel ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ກູ້ໄພກູ້ຊີບຢູ່ພາກກາງ ໂດຍດ່ວນ.

       ຕາມສູນອຸຕຸນິຍົມ - ອຸທົກກະສາດ ແຫ່ງຊາດ ແລ້ວ, ຕອນເຊົ້າວັນທີ 21 ຕຸລາ, ພາຍຸ Saudel ໄດ້ເຄື່ອນໄປຮອດເຂດທະເລຕາເວັນອອກ ແລະ ຄາດວ່າຈະສົ່ງຜົນສະທ້ອນໂດຍກົງເຖິງເຂດດິນຕໍ່ແຜ່ນຫວຽດນາມ ແຕ່ຄ່ຳຄືນວັນທີ 24 ຕຸລາ ຫາ ວັນທີ 25 ຕຸລາ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຮຽກຮ້ອງວ່າ ໜ້າທີ່ສຳຄັນທີ່ສຸດແມ່ນຕ້ອງສຸມໃສ່ຊ່ວຍເຫຼືອ, ສະໜອງເຄື່ອງບັນເທົາທຸກ, ສະບຽງອາຫານ ແລະ ເຄື່ອງໃຊ້ສອຍທີ່ຈຳເປັນ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຄະນະຊີ້ນຳສູນກາງ ແລະ ຄະນະກຳມະການແຫ່ງຊາດ ກ່ຽວກັບການຮັບມືກັບອຸບັດຕິເຫດຈາກໄພທຳມະຊາດ ແລະ ກູ້ໄພກູ້ຊີບ, ອາດຈະສົ່ງເຮືອກາໂນ, ເຮືອບິນເອລີກອບເຕີ ເພື່ອກູ້ໄພກູ້ຊີບຢ່າງມີປະສິດທິຜົນ.

       ກ່ຽວກັບການຮັບມືກັບພາຍຸ Saudel, ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ຮັບປະກັນຄວາມປອດໄພຢູ່ທະເລ ແລະ ເຂດດິນຕໍ່ແຜ່ນ, ສ້າງແຜນການຮັບມືກັບພາຍຸ, ຍົກຍ້າຍປະຊາຊົນໄປເຂດປອດໄພ ແລະ ກວດກາອ່າງເກັບນ້ຳທັງໝົດ./.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top