• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເບິ່ງ​ແຍງດູ​ແລ ​ແລະ ຊ່ວຍໜູນສັງຄົມ​ໃຫ້​ແກ່​ຄົນ​ທຸກ​ຍາກ

ກອງປະຊຸມສະຫຼຸບໝາກຜົນ 3 ປີ ແຫ່ງການຂົນຂວາຍ, ນໍາໃຊ້ “ກອງທຶນເພື່ອຄົນທຸກຍາກ” ແລະ ຊ່ວຍໜູນສັງຄົມໄລຍະ 2017 – 2019 ຖືກດໍາເນີນໃນຕອນບ່າຍວັນທີ 23 ທັນວາ 2019 ຢູ່ຮ່າໂນ້ຍ.

ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການ ສູນກາງແນວໂຮມປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສະຫຼຸບ  (ພາບ: TTXVN)

  ຜ່ານການຜັນຂະຫຍາຍມາເປັນເວລາ 3 ປີ, ໂຄງການໜູນຊ່ວຍຄົນທຸກຍາກ ໄດ້ຮັບການສະໜັບສະໜູນ ຈາກບັນດາວິສາຫະກິດ, ຫົວໜ່ວຍ, ສ່ວນບຸກຄົນ ຢ່າງສຸດໃຈ ໂດຍຜ່ານກອງທຶນ “ເພື່ອຄົນທຸກຍາກ” 4 ຂັ້ນ ແລະ ໂຄງການຊ່ວຍໜູນສັງຄົມດ້ວຍເງິນຈໍານວນເກືອບ 14.000 ຕື້ ດົ່ງ. ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການ ສູນກາງແນວໂຮມປະເທດຫວຽດນາມ ເນັ້ນໜັກວ່າ:

        “ໃນການຈັດສັນແຫຼ່ງທຶນຈຸດສຸມ ເພື່ອແກ້ໄຂໃຫ້ຜູ້ທຸກຍາກ, ນອກຈາກການກໍ່ສ້າງເຮືອນມະຫາສາມັກຄີເພື່ອຊ່ວຍເຫຼືອຜູ້ທຸກຍາກ, ໃຫ້ກູ້ຢືມທຶນທໍາການຜະລິດ, ກໍຍັງແນະນໍາໃຫ້ຜູ້ທຸກຍາກທໍາການຜະລິດດໍາເນີນທຸລະກິດ, ເພື່ອຊ່ວຍເຂົາເຈົ້າບືນຕົວຂຶ້ນ. ແກ້ໄຂຄວາມທຸກຍາກໂດຍພື້ນຖານ ແມ່ນຕ້ອງລົງທຶນໃຫ້ແກ່ການສຶກສາ, ຕ້ອງບໍາລຸງສ້າງວິຊາຊີບ, ແກ້ໄຂວຽກເຮັດງານທໍາ. ຖ້າຫາກວ່າ ເຮົາບໍ່ລົງທຶນ, ບໍ່ແກ້ໄຂວຽກເຮັດງານທໍາໃຫ້ແກ່ເຂົາເຈົ້າ ແມ່ນຈະບໍ່ບັນລຸໝາກຜົນຄືດັ່ງຄວາມມຸ່ງຫວັງ”. 

 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top