• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເບິ່ງແຍງດູແລບຸນເຕັດໃຫ້ຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

      ຂະບວນການ ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງສະພາກາແດງ ຫວຽດນາມ ປຸກລະດົມແຕ່ປີ 1999

ທ່ານປະທານປະເທດ ເຈີ່ນດ້າຍກວາງ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ
      ຕອນຄ່ຳວັນທີ 7 ມັງກອນ, ຢູ່ຮ່າໂນ້ຍ, ສູນກາງສະພາກາແດງ ຫວຽດນາມ ໄດ້ຈັດຕັ້ງລາຍການສິລະປະ “ກຳລັງແຮງມະນຸດສະທຳ” ດ້ວຍຫົວຂໍ້ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ລະດູບານໃໝ່ປີ ຈໍ 2018. ທ່ານປະທານປະເທດ ເຈີ່ນດ້າຍກວາງໄດ້ເຂົ້າຮ່ວມລາຍການ.
        ຂະບວນການ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ຂອງສະພາກາແດງ ຫວຽດນາມ ປຸກລະດົມແຕ່ປີ 1999. ຂະບວນການນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ, ບັນລຸໄດ້ຫຼາຍໝາກຜົນແທດຈິງ, ກາຍເປັນຄວາມງາມໃນຊີວິດສັງຄົມ ຫວຽດນາມ. ໄລ່ສະເພາະໃນ 5 ປີມໍ່ໆມານີ້, ສະພາກາແດງ ຫວຽດນາມ ໄດ້ຂົນຂວາຍ ແລະ ມອບຂອງຂວັນບຸນເຕັດເກືອບ 10 ລ້ານພູດດ້ວຍຍອດມູນຄ່າກ່ວາ 3.460 ຕື້ດົ່ງ.
        ໂດຍຕາງໜ້າໃຫ້ການນຳ ພັກ, ລັດ ຫວຽດນາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງຂໍ້ລິເລີ່ມຂອງສະພາກາແດງ ໃນການຈັດຕັ້ງລາຍການ “ກຳລັງແຮງມະນຸດສະທຳ”, ພ້ອມທັງຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງສະພາຂັ້ນຕ່າງໆບັນລຸໄດ້ໃນໄລຍະຜ່ານມາ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ:
        ສະພາກາແດງ ຫວຽດນາມ ສືບຕໍ່ປ່ຽນໃໝ່ທັງດ້ານເນື້ອໃນ ແລະ ວິທີການເຄື່ອນໄຫວ, ສ້າງອົງການ ສະພາໃຫ້ໝັ້ນຄົງເຂັ້ມແຂງ, ມີວິຊາຊີບ, ສວມບົດບາດຫຼັກແຫຼ່ງ, ເປັນຂົວເຊື່ອມຕໍ່, ປະສານງານໃນວຽກງານມະນູດສະທຳ, ທຸກສິ່ງທຸກຢ່າງເພື່ອຄົນທຸກຍາກ, ພິເສດແມ່ນຢູ່ເຂດຫ່າງໄກຊອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ, ເຂດຊາຍແດນ, ໝູ່ເກາະ. ສະພາກາແດງ ຫວຽດນາມຈັດຕັ້ງບັນດາຂະບວນການເລິກເຊິ່ງ ກ້ວາງຂວາງ, ບັນດາບັ້ນຂົນຂວາຍໜູນຊ່ວຍ ບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຢາກແທດຈິງ, ປະກອບສ່ວນປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມຂອງພັກ, ລັດ, ປະກອບສ່ວນຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງຂະບວນການກາແດງ ແລະ ກາຊິກວົງເດືອນແດງສາກົນ
        ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມອບໃບຢັ້ງຢືນມະນຸດສະທຳໃຫ້ບັນດາອົງການ, ສ່ວນບຸກຄົນພາຍໃນ ແລະ ຕ່າງປະເທດ ທີ່ໄດ້ສະໜັບສະໜູນບັນດາຂອງຂວັນບຸນເຕັດໃຫ້ຄົນທຸກຍາກ ແລະ ເງິນໃຫ້ລາຍການ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top