(ພາບປະກອບ: quochoi.vn)
ທີ່ວາລະຊັກຖາມ, ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ເຈິ່ນຕ໊ວນແອັງ ໄດ້ຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບວຽກງານການຄຸ້ມຄອງ, ດັດສົມພະລັງງານໄຟຟ້າ; ການປະຕິບັດວຽກງານວາງແຜນພັດທະນາພະລັງງານໄຟຟ້າ, ການວາງແຜນຜະລິດພະລັງງານໃໝ່ ແລະ ຜະລິດຄືນໃໝ່; ການເຄື່ອນໄຫວສົ່ງເສີມການຄ້າ, ພັດທະນາຕະຫຼາດຕ່າງປະເທດ, ຊຸກຍູ້ການສົ່ງອອກສິນຄ້າ; ການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ; ຍົກສູງອັດຕາສ່ວນນໍາໃຊ້ສິນຄ້າພາຍໃນປະເທດ, ປ່ຽນແປງໃໝ່ເຕັກໂນໂລຢີໃນຂົງເຂດອຸດສາຫະກໍາ. ເມື່ອຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບສະພາບການສວຍໃຊ້ເຄື່ອງໝາຍການຄ້າຫວຽດນາມ ເພື່ອສົ່ງສິນຄ້າໄປຍັງປະເທດອື່ນ ແລະ ໜີພາສີ ນັ້ນ, ທ່ານລັດຖະມົນຕີ ເຈິ່ນຕວ໊ນແອັງ ຊີ້ແຈ້ງວ່າ:
“ພວກຂ້າພະເຈົ້າຂໍຢັ້ງຢືນວ່າ ລັດຖະບານ, ກະຊວງການຄ້າ ແລະ ອຸດສາຫະກໍາ ພ້ອມດ້ວຍບັນດາກະຊວງ, ຂະແໜງການກ່ຽວຂ້ອງ... ໄດ້ໃຫ້ຄໍາຊີ້ນໍາ ແລະ ພວມປະຕິບັດການສະກັດກັ້ນການສໍ້ໂກງເຄື່ອງໝາຍການຄ້າຂອງຫວຽດນາມ, ກໍ່ຜົນເສຍຫາຍຕໍ່ອິດທິພົນຊື່ສຽງຂອງຫວຽດນາມ, ຕໍ່ພື້ນຖານເສດຖະກິດຂອງປະເທດຊາດ ຢ່າງເຂັ້ມງວດ, ຂ້ຽວຊາດ ແລະ ທັນການ. ພວກຂ້າພະເຈົ້າຈະສືບຕໍ່ຕິດຕາມກວດກາຢ່າງໃກ້ຊິດຕິດແທດ ແລະ ປະຕິບັດຢ່າງເຂັ້ມງວດ, ຈໍາກັດການກະທໍາດັ່ງກ່າວ ແລະ ເດັດດ່ຽວຕໍ່ສູ້ການສໍ້ໂກງການຄ້ານັ້ນໃຫ້ມີປະສິດທິຜົນ”.
ແລະກໍໃນຕອນເຊົ້າວັນທີ 7 ພະຈິກ, ສະພາແຫ່ງຊາດ ກໍໄດ້ຊັກຖາມທ່ານລັດຖະມົນຕີກະຊວງພາຍໃນຫວຽດນາມ ເລວິ໊ງເຕິນ ກ່ຽວກັບການສັບຊ້ອນພະນັກງານ ແລະ ການຈັດຕັ້ງກົງຈັກລັດ.
(ແຫຼ່ງຄັດຈາກ VOV)