• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື່ອມຕໍ່ນັກຊ່ຽວຊານຊາວຫວຽດນາມອາໄສຢູ່ຕ່າງປະເທດຮັບໃຊ້ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງແລະເລີ່ນທຸລະກິດ


ທ່ານ ເຈີ່ນ​ວັນ​ຕຸ່ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​
(ພາບ: tuoitre.vn)
      ​ວັນ​ທີ 09/02, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ສະ​ຫະ​ສະ​ມາ​ຄົມ​​ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ​ຫວຽດ​ນາມ (VUSTA) ພ້ອມ​ກັບ​ສະ​ມາ​ຄົມ​ຕິດ​ຕໍ່​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ (ALOV) ຈັດ​ລາຍການ​ພົບ​ປະ​​ສັງ​ສັນ​ກັບນັກ​ຊ່​ຽວ​ຊານ​ປັນ​ຍາ​ຊົນ​ຊ​າວຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ “ເຊື່ອມ​ຕໍ່ ແລະ ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຫວຽດ​ນາມ 2017”. ​ທີ່​ພິ​ທີ, ບັນ​ດາ​ຜູ້​ແທນ​ໄດ້​ຊຸ​ມ​ໃສ່​ແບ່ງ​ປັນ​ບົດ​ຮຽນ​ເລີ່ມທຸ​ລະ​ກິດ​ບັນ​ລຸ​ຜົນ​ສຳ​ເລັດ, ບົດ​ຮຽນ​ໃນ​ການ​ເຊື່ອມ​ຕໍ່​ນັກ​ຊ່ຽວ​ຊານປັນ​ຍາ​ຊົນ​ຊາວ​ຫວຽດ​ນາມ ​ຢູ່​ຕ່າ​ງ​ປະ​ເທດ ກັບ​ບັນ​ດາ​ຄູ່​ຮ່ວມ​ມືຢ​ູ່​ພາຍ​ໃນ​ປະ​ເທດ. ຜູ້​ແທນ​ຫຼາຍ​ຄົນ​ໄດ້​ແບ່ງ​ປັນ​ຫຼາຍ​ບົດ​ຮຽນ​ເພື່ອ​ດຶງ​ດູດ, ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ທີີ່​ມີ​ຄວາມເກັ່ງ​ກ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ ເພື່ອ​​ແນ​ໃສ່ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ ເຈີ່ນ​ວັນ​ຕຸ່ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຢືນ​ຢັນ​ວ່າ, ການ​ດຶງ​ດູດ, ປຸກ​​ລຸກຄວາມກະຕືລືລົ້ນ, ພູມ​ປັນ​ຍາ​ຂອງ​ປະ​ຊາ​ຄ​ົມ​ຊາວ​ຫວຽດ​ນາມ ໃນ​ທົ່ວ​ໂລກ​ແມ່ນສຳ​ຄັນ​ທີ່​ສຸດ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ການ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເພື່ອ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ຊາດ​ຢ່າງ​ສູງ​ສຸດ, ນຳ​ຫວຽດ​ນາ​ມ ກາຍ​ເປັນ​ປະ​ເທດ​ທັນ​ສະ​ໄໝ, ພັດ​ທະ​ນາ​ຢ່າງ​ໝັ້​ນ​ຄົງ​ໂດຍ​ໄວ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top