ໃນຂອບເຂດການໄປປະຕິບັດງານຂອງ ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ຢູ່ສະຫະພັນ ລັດເຊຍ, ວັນທີ 17 ມິຖຸນາ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ, ສະມາຄົມສົ່ງອອກ - ນຳເຂົ້າ ສະຫະພັນ ລັດເຊຍ ແລະ ບໍລິສັດການບິນ Vietjet ໄດ້ຈັດລາຍການເຊື່ອມຕໍ່ດ້ານການຄ້າ ແລະ ການລົງທຶນ ຫວຽດນາມ - ສະຫະພັນ ລັດເຊຍ ສຳເລັດ. ເຫດການໂດຍມີການເຂົ້າຮ່ວມຂອງ ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ການນຳຂັ້ນສູງ 2 ປະເທດ, ພ້ອມກັບວິສາຫະກິດ ຫວຽດນາມ ແລະ ສະຫະພັນ ລັດເຊຍກວ່າ 100 ແຫ່ງ.
ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງລາຍການແມ່ນພິທີມອບເອກະສານການຮ່ວມມືຫຼາຍສະບັບລະຫວ່າງວິສາຫະກິດຂອງ 2 ປະເທດ ດ້ວຍການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ການນຳຂັ້ນສູງ 2 ຝ່າຍ. ທີ່ເຫດການໄດ້ຈັດພິທີມອບຂໍ້ຕົກລົງການຮ່ວມມືທີ່ໄດ້ຮັບການລົງນາມໃນບັນດາຂົງເຂດໜູນຊ່ວຍປະຊາຄົມວິສາຫະກິດ 2 ປະເທດ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ; ພະລັງງານ ແລະ ວິທະຍາສາດເຕັກໂນໂລຊີ (ລະຫວ່າງ Petrovietnam ແລະ Novatek); ພ້ອມທັງ, ກໍປະກາດບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຫຼາຍສະບັບໃນຂົງເຂດພະລັງງານ, ວິທະຍາສາດເຕັກໂນໂລຊີ, ການພັດທະນາພື້ນຖານໂຄງລ່າງ, ການຫັນເປັນດີຈີຕອນ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ການລົງທຶນ.
ໃນຂອບເຂດຂອງເວທີປາໄສ, ບໍລິສັດການບິນ Vietjet ໄດ້ປະກາດແຜນການເປີດ 3 ສາຍການບິນໃໝ່ທີ່ເຊື່ອມຕໍ່ບັນດານະຄອນຂອງ ຫວຽດນາມ ແມ່ນ ດ່ານັ້ງ, ຍາຈາງ ກັບນະຄອນຫຼວງ Moscow ແລະ 2 ນະຄອນ Kazan ແລະ Novosibirsk.






