• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດຊູແບບຢ່າງດີເດັ່ນ Viettel ທົ່ວໂລກ

ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມກອງທັບ Viettel ຫາກໍ່ຈັດພິທີເຊີດຊູແບບຢ່າງດີເດັ່ນ Viettel ທົ່ວໂລກ, ດ້ວຍຫົວຂໍ້ວ່າ “ເປີດກວ້າງວິໄສທັດ, ສ້າງສັນອະນາຄົດ” ມຸ່ງໄປເຖິງສັງກະລາດອຸດສາຫະກຳ 4.0.


 ເຊີດຊູແບບຢ່າງດີເດັ່ນ Viettel ທົ່ວໂລກ

(ພາບ: baolaodongthudo)

ມີ 8 ສ່ວນບຸກຄົນ, 8 ໝູ່ຄະນະໄດ້ຮັບການເຊີດຊູ ແມ່ນບັນດາພະນັກງານທີ່ດີເດັ່ນຂອງ Viettel, ມີປະສົບການຫຼາຍຢ່າງໃນຂະແໜງໂທລະຄົມຄື: ໂທລະຄົມ Viettel ຢູ່ລາວ, ສູນເຕັກ ໂນໂລຊີເຄືອຂ່າຍອີນເຕີແນັດ Viettel… ບັນດາຂໍ້ສະເໜີ, ການຄົ້ນຄວ້າຂອງບັນດາສ່ວນບຸກຄົນດັ່ງກ່າວບໍ່ພຽງແຕ່ຮັບໃຊ້ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງອອກສູ່ 10 ປະເທດອື່ນອີກດ້ວຍ, ປະກອບສ່ວນສ້າງຜົນກຳໄລໃນດ້ານໂທລະຄົມຢູ່ຕ່າງປະເທດຂອງກຸ່ມບໍລິສັດໃຫ້ຂຶ້ນເຖິງ 1.000 ຕື້ດົ່ງໃນປີ 2017.

 

 (ແຫຼ່ງຄັດຈາກ VOV)
 

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top