• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດຊູຊາວກະສິກອນຫວຽດນາມດີເດັ່ນປີ 2018

      ຕອນຄ່ຳວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນຫວຽດນາມ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງອຸດສາຫະກຳການຄ້າ ໄດ້ຈັດຕັ້ງພິທີເຊີດຊູ ແລະ ມອບນາມມະຍົດ “ຊາວກະສິກອນຫວຽດນາມ ດີເດັ່ນປີ 2018”.

(ພິທີເຊີດຊູຊາວກະສິກອນຫວຽດນາມດີເດັ່ນປີ 2018)
      ນີ້ແມ່ນປີທີ 6 ຢ່າງລຽນຕິດທີ່ລາຍການໄດ້ຮັບການຈັດຕັ້ງ. ທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ບັນດາການນຳພັກ, ລັດ ໄດ້ມອບນາມມະຍົດ “ຊາວກະສິກອນຫວຽດນາມ ດີເດັ່ນປີ 2018” ໃຫ້ຊາວກະສິກອນດີເດັ່ນ 63 ຄົນ.
        ກ່າວຄຳເຫັນທີ່ພິທີເຊີດຊູ, ທ່ານປະທານສູນກາງຊາວກະສິກອນຫວຽດນາມ ທ່າວຊວນສູ່ງ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍຊາວກະສິກອນດີເດັ່ນ 2018 ຜູ້ແທນ 63. ໃນຈຳນວນ 63 ຄົນທີ່ໄດ້ເຊີດຊູນັ້ນ, ມີຊາວກະສິກອນ 54 ຄົນໄດ້ຜະລິດກະສິກຳ, ປຸງແຕ່ງ, ເຮັດທຸລະກິດບໍລິການໂດຍກົງ. ທ່ານ ທ່າວຊວນສູ່ງ ສະແດງຄວາມເຊື່ອໝັ້ນວ່າ, ແບບຢ່າງຊາວກະສິກອນແຕ່ລະຄົນທີ່ໄດ້ຮັບການເຊີດຊູ ຈະສືບຕໍ່ແຜ່ຂະຫຍາຍເຖິງສະມາຊິກ, ຊາວກະສິກອນໃນທົ່ວປະເທດ; ຈາກນັ້ນຊຸກຍູ້ຂະບວນການແຂ່ງຂັນຜະລິດ, ດຳເນີນທຸລະກິດເກັ່ງ, ຊ່ວຍເຫຼືອເຊິ່ງກັນແລະກັນເພື່ອສ້າງຄວາມຮັ່ງມີ ແລະ ນຳຂະບວນການແຂ່ງຂັນກໍ່ສ້າງຊົນນະບົດໃໝ່ໃຫ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ ແລະ ມີປະສິດທິຜົນ.
        ກ່ອນໜ້ານັ້ນ, ທ່ານນາງ ດັ້ງທິງອັກທິ້ງ, ຜູ້ຮັກສາການປະທານປະເທດ ກໍ່ໄດ້ໃຫ້ການຕ້ອນຮັບ ແລະ ພົບປະກັບ “ຊາວກະສິກອນຫວຽດນາມ ດີເດັ່ນປີ 2018” ຈຳນວນ 63 ຄົນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ສ​ປ.ຈີນ ສີຈິ້ນ​ຜິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ສ​ປ.ຈີນ ສີຈິ້ນ​ຜິງ

ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ພ້ອມກັບພັກ ແລະ ລັດ ຈີນ ຮັດແໜ້ນການພົວພັນສອງປະເທດບ້ານໃກ້ເຮືອນຄຽງໃຫ້ຫຼາຍກ່ວາອີກພາຍໃຕ້ການຊີ້ນຳນຳພາຂອງພັກ, ການຮ່ວມເດີນທາງ, ຊ່ວຍເຫຼືອເຊິ່ງກັນແລະກັນບົນເສັ້ນທາງຫັນບັນດາຄາດຫວັງ, ວິໄສທັດພັດທະນາ ເຊິ່ງສອງພັກ, ສອງລັດກຳນົດໃຫ້ປະກົດຜົນເປັນຈິງ.

Top