• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊັນສັນຍາ ການປະມູນການກໍ່ສ້າງຕິດຕັ້ງນໍາການເຂົ້າໄຟຟ້າຈາກ ລາວ ມາຫວຽດນາມ 2 ສະບັບ

ບັນດາໂຄງການໄດ້ລົງທຶນກໍ່ສ້າງ ດ້ວຍເປົ້າໝາຍປະຕິບັດຄຳໝັ້ນສັນຍາຂອງສອງຝ່າຍ ກ່ຽວກັບການພົວພັນຮ່ວມມືລະຫວ່າງລັດຖະບານ ສ.ສ ຫວຽດນາມ ແລະ ສປປ ລາວ ໃນຂົງເຂດພັດທະນາພະລັງງານ
  ພິທີລົງນາມສັນຍາ 2 ສະບັບ ລະຫວ່າງສອງປະເທດ (ພາບ: BNEWS/TTXVN)  

 ວັນທີ 31 ມີນາ, ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະຄຸ້ມຄອງໂຄງການໄຟຟ້າ 2 ໄດ້ລົງນາມໃນສັນຍາ “ສະໜອງອຸປະກອນ,ດຳເນີນການກໍ່ສ້າງຕິດຕັ້ງ ແລະ ທົດລອງດັດແປງ ອຸປະກອນໂຄງການສູນຕັດໄຟຟ້າ 220kV ເບິ່ອີ່ ແລະ ສາຍສົ່ງ 220 kV ເຊື່ອມຕໍ່ຈາກກຸ່ມເຂື່ອນໄຟຟ້ານ້ຳກົງ 1; 2, 3 (ລາວ) ເຂົ້າໃນລະບົບໄຟຟ້າຂອງຫວຽດນາມ” ແລະ ສັນຍາ “ອອກແບບ, ສະໜອງສິນຄ້າ ແລະ ກໍ່ສ້າງຕິດຕັ້ງ (EPC) ໂຄງການສູນຕັດໄຟຟ້າ 220 kV ດາກຕາອອກ ແລະ ສາຍສົ່ງ 220 kV ເຊື່ອມຕໍ່ຈາກເຂື່ອນໄຟຟ້ານ້ຳອີມູ່ນ (ລາວ) ເຂົ້າໃນລະບົບໄຟຟ້າຫວຽດນາມ”.

ບັນດາໂຄງການທີ່ກ່າວມາຂ້າງເທິງນີ້ໄດ້ລົງທຶນກໍ່ສ້າງດ້ວຍເປົ້າໝາຍປະຕິບັດຄຳໝັ້ນສັນຍາຂອງສອງຝ່າຍ ກ່ຽວກັບການພົວພັນຮ່ວມມືລະຫວ່າງລັດຖະບານ ສ.ສ ຫວຽດນາມ ແລະ ສປປ ລາວ ໃນຂົງເຂດພັດທະນາພະລັງງານ; ການນຳເຂົ້າໄຟຟ້າຈາກບັນດາເຂື່ອນໄຟຟ້ານ້ຳກົງ 1, 2, 3 ແລະ ເຂື່ອນໄຟຟ້ານ້ຳອີມູ່ນ (ລາວ) ມາ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top