• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມສືບຕໍ່ເພີ່ມຂຶ້ນ

      ຕາມກົມສະຖິຕິ ຫວຽດນາມ ແລ້ວ, 4 ເດືອນຕົ້ນປີ, ທົ່ວປະເທດມີ ນັກລົງທຶນຕ່າງປະເທດມາປະກອບທຶນ, ຊື້ຫຸ້ນ 2523 ຄັ້ງ ດ້ວຍຍອດມູນຄ່າປະກອບທຶນແມ່ນເກືອບ 2 ຕື້ USD, ເພີ່ມຂຶ້ນ 52,6%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ບັນດາການເຄື່ອນໄຫວ M&A (ຊື້ຂາຍ ແລະ ໂຮມເຂົ້າກັນ) ນັບມື້ນັບຟົດຟື້ນຂຶ້ນຢູ່ ຫວຽດນາມ.

ພະນັກງານບໍລິສັດ Samsung (ພາບ: Reuters) 
      ໄລ່ຮອດໝົດເດືອນເມສາປີ 2020, ຍອດເງິນລົງທຶນຈາກຕ່າງປະເທດ (FDI) ເຂົ້າ ຫວຽດນາມ ໄດ້ເພີ່ມຂຶ້ນ 12,3 ຕື້ USD. ສິງກະໂປຢືນຢູ່ອັນດັບທີໜຶ່ງ ດ້ວຍເງິນລົງທຶນເກືອບ 4,3 ຕຶ້ື້ USD, ກວມເອົາ 62,9%, ຖັດຈາກນັ້ນແມ່ນ: ໄຕ້ຫວັນ (ຈີນ), ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ບັນດາປະເທດອື່ນຢູ່ອາຊຽນ, ເອີລົບ ແລະ ອາເມລິກາ.
            ເຖິງວ່າ ໂລກລະບາດ Covid – 19 ພວມກໍ່ຜົນສະທ້ອນໄປທົ່ວທຸກແທບຖິ່ນໃນໂລກກໍ່ຕາມ ແຕ່ຫວຽດນາມຍັງແມ່ນສະຖານທີ່ໄດ້ຮັບຄວາມສົນໃຈຂອງບັນດາວິສາຫະກິດ FDI.
(ແຫຼ່ງຄັດຈາກ VOV)
 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top