• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຄື່ອງໝາຍການຄ້າໃນຍຸດທະສາດພັດທະນາວິສາຫະກິດ

      ເຄື່ອງໝາຍການຄ້າໃນຍຸດທະສາດພັດທະນາວິສາຫະກິດແມ່ນຫົວເລື່ອງກອງປະຊຸມສຳມະນາ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງໃນຕອນເຊົ້າວັນທີ 29 ຕຸລາ ຢູ່ ຮ່າໂນ້ຍ. 

ທີ່ກອງປະຊຸມສຳມະນາ
      ໃນທ່າອ່ຽງການເຊື່ອມໂຍງປັດຈຸບັນ, ບັນດາວິສາຫະກິດ ຫວຽດນາມ ຄວນຍູ້ແຮງການກໍ່ສ້າງ, ພັດທະນາເຄື່ອງໝາຍການຄ້າ, ກາໝາຍສິນຄ້າຂອງຕົນ ເພື່ອມີກຳລັງຄວາມສາມາດແກ່ງແຍ້ງກັບບັນດາເຄື່ອງໝາຍການຄ້າອື່ນຢ່າງພຽງພໍ. ເຄື່ອງໝາຍການຄ້າ - ກາໝາຍສິນຄ້າ ແມ່ນຄຸນຄ່າຫຼັກແຫຼ່ງຂອງວິສາຫະກິດ, ແມ່ນພື້ນຖານເສດຖະກິດປະກອບສ່ວນເຂົ້າໃນຄຸນຄ່າຂອງວິສາຫະກິດ. ໄຊຊະນະ ຫຼື ປະລາໄຊຂອງວິສາຫະກິດ ກໍ່ມາຈາກວິທີການກໍ່ສ້າງເຄື່ອງໝາຍການຄ້າຂອງວິສາຫະກິດນັ້ນ.
        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແລກປ່ຽນບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງເຄື່ອງໝາຍການຄ້າ, ກໍ່ຄືວິທີການກໍ່ສ້າງເຄື່ອງໝາຍການຄ້າໃຫ້ວິສາຫະກິດ; ແບ່ງປັນບົດຮຽນຂອງວິສາຫະກິດ ໃນວິວັດການສ້າງສາ ແລະ ພັດທະນາເຄື່ອງໝາຍການຄ້າ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top