• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂດຊາຍແດນ ກວ໋າງນິງ ມີການເຄື່ອນໄຫວທ່ອງທ່ຽວທີ່ຟົດຟື້ນຕ້ອນຮັບລະດູຮ້ອນ

ບັນດາເຫດການວັດທະນະທຳ, ກິລາ, ທ່ອງທ່ຽວ ໄດ້ນຳມາເຊິ່ງການສຳຜັດທີ່ໃໝ່ອ່ຽມໃຫ້ແກ່ແຂກທ່ອງທ່ຽວ ກ່ຽວກັບນະຄອນທ່ອງທ່ຽວຂຽວ, ນະຄອນເພື່ອສັນຕິພາບ, ປະຊາຊົນ “ມີວັດທະນະທຳ - ສະໜິດສະໜົມ ແລະ ຮັກແພງແຂກຄົນ”
  ລາຍການສະແດງສິລະປະໃນງານບຸນ “ມ໊ອງກ໊າຍ ຕ້ອນຮັບລະດູຮ້ອນ 2022” (ພາບ: TTXVN)  

 ຕອນຄ່ຳວັນທີ 30 ເມສາ, ຢູ່ ຂົວ ກາລອງ, ນະຄອນ ມ໊ອງກ໊າຍ ແຂວງ ກວ໋າງນິງ ໄດ້ຈັດງານບຸນ “ມ໊ອງກ໊າຍ ຕ້ອນຮັບລະດູຮ້ອນ 2022” ດ້ວຍຫຼາຍເຫດການທີ່ໜ້າຈັບໃຈ ແນໃສ່ໂຄສະນາພາບພົບກ່ຽວກັບເຂດດິນແດນ, ປະຊາຊົນ, ຄວາມສາມາດບົ່ມຊ້ອນດ້ານທ່ອງທ່ຽວ ມ໊ອງກ໊າຍ, ພ້ອມທັງຕອບສະໜອງ “ປີທ່ອງທ່ຽວແຫ່ງຊາດ”. ນີ້ເປັນຄັ້ງທຳອິດທີ່ລາຍການດັ່ງກ່າວຖືກຈັດຂຶ້ນ ເພື່ອແນໃສ່ເຊີດຊູຈຸດຄວາມງາມທີ່ເປັນເອກະລັກສະເພາະ ຂອງຊຸດເສື້ອຍສາວ ຫວຽດນາມ, ມໍລະດົກວັດທະນະທຳຕິດພັນກັບບັນດາສະຖານທີ່ທ່ອງທ່ຽວ ດ້ວຍຫົວຂໍ້ “ຂີດໝາຍຢູ່ດິນແດນເໜືອສຸດຂອງປະເທດຊາດ”. ບັນດາເຫດການວັດທະນະທຳ, ກິລາ, ທ່ອງທ່ຽວ ໄດ້ນຳມາເຊິ່ງການສຳຜັດທີ່ໃໝ່ອ່ຽມໃຫ້ແກ່ແຂກທ່ອງທ່ຽວ ກ່ຽວກັບນະຄອນທ່ອງທ່ຽວຂຽວ, ນະຄອນເພື່ອສັນຕິພາບ, ປະຊາຊົນ “ມີວັດທະນະທຳ - ສະໜິດສະໜົມ ແລະ ຮັກແພງແຂກຄົນ”./.


(ແຫຼ່ງຄັດຈາກ VOV)

ນາຍົກ​ລັດ​ຖະ​ມ​ົນ​ຕີ ອິດ​ສະ​ລາ​ແອັນ ຖະ​ແຫຼງ ຈະ​ບໍ່​ມີ​ລັດ ປາ​ແລັດ​ສະ​ຕິນ

ນາຍົກ​ລັດ​ຖະ​ມ​ົນ​ຕີ ອິດ​ສະ​ລາ​ແອັນ ຖະ​ແຫຼງ ຈະ​ບໍ່​ມີ​ລັດ ປາ​ແລັດ​ສະ​ຕິນ

ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ກໍ່ຖະແຫຼງຈະປົກປ້ອງມໍລະດົກ, ດິນແດນ, ຄວາມໝັ້ນຄົງ ແລະ ເພີ່ມຈຳນວນປະຊາຊົນຕັ້ງຖິ່ນຖານຄົງທີ່ຢູ່ແຫ່ງນີ້.

Top