• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ ແລະ ໂຣມ ເຊັນ​ຖະ​ແຫຼງ​ການ​ຮ່ວມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮອບ​ດ້ານ

ທີ່​ການ​ເຮັດ​ວຽກ, ສອງ​ຝ່າຍ​ໄດ້​ຢັ້ງ​ຢືນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ປະ​ກອບ​ສ່ນວ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອີ​ຕາ​ລີ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ
  ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ນະ​ຄອນ​ຮ່າ​ໂນ້ຍ ມີ​ການ​ເຮັດ​ວຽກ​ກັບ​ປະ​ທານ​ສະ​ພາ​ບໍ​ລິ​ຫານ​ນະ​ຄອນ ໂຣມ (ພາບ​: VNA)  

ໃນ​ຂອບ​ເຂດ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ ງານ​ຢູ່​ອີ​ຕາ​ລີ, ວັນ​ທີ 27 ກໍ​ລະ​ກົດ, ຄະ​ນະ​ຜູ້​ແທນ​ຮ່າ​ໂນ້ຍ ໂດຍ​ທ່ານ ເຈິ່ນ​ດິ່ງ​ແກງ, ຫົວ​ໜ້າ​ຄະ​ນະ​ກວດ​ກາ​ຄະ​ນະ​ພັກ​ນະ​ຄອນ​ເປັນ​ຫົວ​ໜ້າ​ຄະ​ນະ, ມີ​ການ​ເຮັດ​ວຽກ​ກັບ​ອຳ​ນາ​ດ​ການ​ປົກ​ຄອງ ໂຣມ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່ງ​ສອງ​ນະ​ຄອນຫຼວງ. ທີ່​ການ​ເຮັດ​ວຽກ, ສອງ​ຝ່າຍ​ໄດ້​ຢັ້ງ​ຢືນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ປະ​ກອບ​ສ່ນວ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອີ​ຕາ​ລີ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ​ບຸຍ​ຢຸຍ​ເກືອງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນຮ່າ​ໂນ້ຍ ແລະ ທ່ານນາງ​ Svetlana Celli ປະ​ທານ​ສະ​ພາ​ນະ​ຄອນ ໂຣ​ມ ໄດ້​ເຊັນ​ຖະ​ແໜງ​ການ​ຮ່ວມ​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ແລະ ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ໂຣມ, ສ້າງ​ຂອບ​ເຂດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ລະ​ຫວ່າງ​ສອງ​ນະ​ຄອນຫຼວງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຖະ​ແຫຼງ​ການ​ຮ່ວມ​ມີ​ກຳ​ນົດເວ​ລາ 2 ປີ, ສຸມ​ໃສ່​ເຂົ້າ 6 ຂົງ​ເຂດ​ບຸ​ລິ​ມະ​ສິດ, ລວມ​ມີ​ການ​ຄຸ້ມ​ຄອງ ແລະ ສ້າງ​ຕົວ​ເມືອງ​ຄືນ​ໃໝ່; ​ການປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ, ການ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ, ​ການພັດ​ທະ​ນາ​ສັງ​ຄົມ, ການ​ເຊື່ອມ​ໂຍງ ແລະ ​ການປ່ຽນ​ແປງ​ໃໝ່; ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top