• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ - ວຽງ​ຈັນ ເປີດກວ້າງ​​ຂົງ​ເຂດການ​ຮ່ວມ​ມື

ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງບັນດາຂົງເຂດໃໝ່, ຍາດແຍ່ງບັນດາກາລະໂອກາດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງຝ່າຍ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງບັນດາຂົງເຂດໃໝ່, ຍາດແຍ່ງບັນດາກາລະໂອກາດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງຝ່າຍ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

    

ທ່ານ ຫງວຽນງອກຕວັນ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ ແລະ ທ່ານ ອະນຸພາບ ຕຸລາລົມ ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ສຳນັກງານອຳນາດການປົກຄອງ ນະຄອນຫຼວງ ວຽງຈັນ (ລາວ), ທ່ານ ຫງວຽນງອກຕວັນ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ, ໄດ້ນຳໜ້າຄະນະຜູ້ແທນສະພາປະຊາຊົນນະຄອນ ຮ່າໂນ້ຍ, ໄປຢ້ຽມຢາມ ແລະ ເຮັດວຽກກັບທ່ານ ອະນຸພາບ ຕຸລາລົມ ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ. ທີ່ການຕ້ອນຮັບ, ທ່ານ ຫງວຽນງອກຕວັນ ໄດ້ເນັ້ນໜັກວ່າ: ນະຄອນ ຮ່າໂນ້ຍ  ຊົມເຊີຍຕໍ່ເລື່ອງສະພາປະຊາຊົນສອງນະຄອນ ສືບຕໍ່ຄົ້ນຄ້ວາ, ສະເໜີການຜັນຂະຫຍາຍບັນດາຮູບແບບແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການໃນການປະຕິບັດງານໃນທຸກດ້ານ: ສ້າງເອກະສານນຳຕິກຳ, ວຽກງານຕິດຕາມກວດກາ ແລະ ຂໍ້ຕົກລົງກ່ຽວກັບບັນດາບັນຫາສຳຄັນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງບັນດາຂົງເຂດໃໝ່, ຍາດແຍ່ງບັນດາກາລະໂອກາດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງຝ່າຍ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top