• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍຕ້ອນຮັບນັກທ່ອງທ່ຽວກວ່າ 122.000 ເທື່ອຄົນໃນໂອກາດບຸນເຕັດ

      ຮ່າໂນ້ຍ ຕ້ອນຮັບນັກທ່ອງທ່ຽວປະມານ 122.000 ເທື່ອຄົນ, ບັນລຸເກືອບ 50% ຈຳນວນນັກທ່ອງທ່ຽວເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ເຂດປູຊະນີຍະສະຖານ ວັນມ໊ຽວ - ກວ໊ກຕືຢ໊າມ
(ພາບ: TTXVN)
      ໃນ 7 ມື້ຂອງບຸນເຕັດປີສະຫຼູ, ແຕ່ວັນທີ 10 ກຸມພາ ຫາວັນທີ 16 ກຸມພາ (ກົງກັບວັນທີ 29 ທັນວາ ປີຊວດ ຫາວັນທີ 05 ມັງກອນ ປີສະຫຼູ 2021), ຮ່າໂນ້ຍ ຕ້ອນຮັບນັກທ່ອງທ່ຽວປະມານ 122.000 ເທື່ອຄົນ, ບັນລຸເກືອບ 50% ຈຳນວນນັກທ່ອງທ່ຽວເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ບາງສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວໃນບໍລິເວນນະຄອນຮ່າໂນ້ຍຄື: ເຂດປູຊະນີຍະສະຖານ ວັນມ໊ຽວ - ກວ໊ກຕືຢ໊າມ; ສວນສັດຮ່າໂນ້ຍ; ເຂດພະລາຊະວັງທັງລອງ… ເພື່ອຮັບປະກັນຄວາມປອດໄພໃນສະພາບເກີດໂລກລະບາດໂຄວິດ-19 ພວມຜັນແປໄປຢ່າງສັບສົນນັ້ນ, ບັນດາເຂດທ່ອງທ່ຽວລ້ວນແຕ່ບໍ່ຈັດເຫດການຕ່າງໆ, ການເຄື່ອນໄຫວໃນໂອກາດບຸນເຕັດ ຫຼື ຫຼຸດຜ່ອນຂອບຂະໜາດການຈັດຕັ້ງຕາມແຜນການ, ເພື່ອແນໃສ່ຈຳກັດການເຕົ້າໂຮມກັນຫຼາຍຄົນ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top