ນີ້ແມ່ນ ການເຕີບໂຕຢູ່ໃນລະດັບຕ່ຳ ເມື່ອທຽບໃສ່ກັບແຜນການ ກໍ່ຄືຫຼາຍປີທີ່ຜ່ານມາ ເຊິ່ງສາຍເຫດແມ່ນຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍ່ຕາມ, ດັດຊະນີຜະລິດອຸດສາຫະກຳ ໃນບໍລິເວນນະຄອນຍັງເພີ່ມຂຶ້ນ 4,7% ເມື່ອທຽບໃສ່ປີກ່ອນ, ເງິນລົງທຶນພັດທະນາບັນລຸ 413.000 ຕື້ ດົ່ງ, ເພີ່ມຂຶ້ນ 9%ເມື່ອທຽບໃສ່ປີ 2019. ພິເສດ, ໃນສະພາບການປະສົບກັບຄວາມຫຍຸ້ງຍາກລວມຂອງພື້ນຖານເສດຖະກິດ ໂລກ, ຮ່າໂນ້ຍຍັງຢືນຢູ່ອັນດັບທີ 2 ໃນທົ່ວປະເທດ ກ່ຽວກັບໝາກຜົນຂອງການດຶງດູດເງິນລົງທຶນຈາກຕ່າງປະເທດ ດ້ວຍຈຳນວນເງິນ 3,72 ຕື້ USD.
(ແຫຼ່ງຄັດຈາກ VOV)