• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມແຮງຮ່ວມໃຈປົກປັກຮັກສາທະເລ, ໝູ່ເກາະຂອງປະເທດຊາດ

ພາບ​ປະ​ກອບ​ຈາກ ດືກ​ແອງ
       ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ວັດ​ຖຸເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ໄດ້​ຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ຢູ່ ເມືອງ​ເກາະ ແບກ​ລອງ​ຫວີ (ນະ​ຄອນ ຫາຍ​ຟ່ອງ), ແຕ່​ວັນ​ທີ 24 – 28/3. ງານ​ວາງ​ສະ​ແດງ​ໄດ້​ຊ່ວຍ​ໃຫ້​​ກອງ​ທັບ ແລະ ປະ​ຊາ​ຊົນ​ໃນ​ເກາະ ກໍ່​ຄື​ບັນ​ດາ​ຊາວ​ປະ​ມົງ​ຢູ່​ທ້ອງ​ຖິ່ນ​ຕ່າງໆ ​ທີ່ພວມ​​ຈັບ​ຫາ​ສິນ​ໃນ​ນຳ​້​ຢູ່​​ເຂດ​ທະ​ເລ, ໝູ່​ເກາະ​ແຫ່ງ​ນີ້​ໄດ້​ຍົກ​ສູງ​ຄວາມ​ຮູ້, ນ້ຳ​ໃຈ​ສາ​ມັກ​ຄີ​ສະ​ຕິ, ຄວາມ​ຮັບ​ຜິ​ດ​ຊອບ​ໃນ​ການຢັ້ງ​ຢືນ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ງານ​ວາງ​ສະ​ແດງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ​້​ປະ​ຊາ​ຊົນ​ຢູ່​ເມື​ອງ​ເກາ​ະ​ ແບກ​ລອງ​ຫວີ ແຕ່​ລະ​ຄົນ​ໄດ້​ສຳ​ພັດ​ກັບ​ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ຂອງ​ສອງໝູ່​​ເກາະ​ຮ່ວາງ​ຊ​າ ແລະ ເຈື່ອງ​ຊາ​ຂອງ ຫວຽດ​ນາມ. ບັນ​ດາ​ແຜນ​ທີ່ ແລະ ວັດ​ຖຸເອ​ກະ​ສານ​​ທີ່​ວາງສະ​ແດງ​ຢູ່​​ໃນງານ​​ແມ່ນ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ​ສ່ວນ​ໜຶ່ງ ແລະ ແມ່ນ​ພື້ນ​ຖານ​ນິ​ຕິ​ທຳ​​ທີ່ສະ​ແດງ​ໃຫ້​ເຫັນ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ​ ຮ່​ວາງ​ຊາ, ເຈື່ອງ​ຊາ.
 (ແຫຼ່ງຄັດຈາກ VOV)
 

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.

Top