• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳແກ່ງຖ້ວມ, ຮັບປະກັນການດຳລົງຊີວິດຂອງປະຊາຊົນໃຫ້ເປັນປົກກະຕິ

ທ່ານນາຍົກລັດຖະມົນຕີໄດ້ຕົກລົງໜູນຊ່ວຍໂດຍດ່ວນ ເປັນຈຳນວນເງິນກວ່າ 5,3 ຕື້ USD ຈາກແຫຼ່ງງົບປະມານສຳຮອງສູນກາງປີ 2025 ໃຫ້ບັນດາແຂວງ ທາຍງວຽນ, ກາວບັ່ງ, ລ້າງເຊີນ ແລະ ບັກນິງ ເພື່ອກູ້ໄພກູ້ຊີບ, ໜູນຊ່ວຍປະຊາຊົນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຊີ້ນຳການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ (ພາບ: TTXVN)

ຕອນທ່ຽງວັນທີ 08 ຕຸລາ, ເມື່ອໄປກວດກາສະພາບການນ້ຳແກ່ງຖ້ວມຢູ່ຕາແສງ ຟານດິ່ງຟຸງ, ແຂວງ ທາຍຫງວຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວທີ່ມີຜູ້ຖືກປະສົບເຄາະຮ້າຍ; ຊີ້ນຳບັນດາກະຊວງ, ຂະແໜງການສົມທົບກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງທ້ອງຖິ່ນ ຍູ້ແຮງຄວາມຄືບໜ້າການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ພາຍຸ, ນ້ຳແກ່ງຖ້ວມ, ຮັບປະກັນການດຳລົງຊີວິດຂອງປະຊາຊົນຢູ່ເຂດຖືກຜົນສະທ້ອນຈາກໄພທຳມະຊາດໃຫ້ເປັນປົກກະຕິໃນເວລາໄວທີ່ສຸດ.

ທ່ານນາຍົກລັດຖະມົນຕີໄດ້ຕົກລົງໜູນຊ່ວຍໂດຍດ່ວນ ເປັນຈຳນວນເງິນກວ່າ 5,3 ຕື້ USD ຈາກແຫຼ່ງງົບປະມານສຳຮອງສູນກາງປີ 2025 ໃຫ້ບັນດາແຂວງ ທາຍງວຽນ, ກາວບັ່ງ, ລ້າງເຊີນ ແລະ ບັກນິງ ເພື່ອກູ້ໄພກູ້ຊີບ, ໜູນຊ່ວຍປະຊາຊົນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳແກ່ງຖ້ວມໃນເບື້ອງຕົ້ນຢ່າງທັນການ.

ແລະກໍ່ໃນວັນດຽວກັນ, ສູນກາງສະພາກາແດງ ຫວຽດນາມ ໄດ້ຕົກລົງຜັນຂະຫຍາຍການກູ້ໄພກູ້ຊີບຢ່າງຮີບດ່ວນ ຄັ້ງທີ 1 ໃຫ້ແກ່ປະຊາຊົນບັນດາແຂວງ: ກາວບັ່ງ, ທາຍງວຽນ, ລ້າງເຊີນ ແລະ ເງະອານ ທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ Matmo. ຍອດຈຳນວນເງິນກູ້ໄພກູ້ຊີບແມ່ນເກືອບ 65.000 USD, ລວມມີເງິນສົດ, ເຄື່ອງໃຊ້ທີ່ຈຳເປັນ. ແຫຼ່ງລາຍຈ່າຍດັ່ງກ່າວໄດ້ຫັກຈາກບັ້ນ “ຮ່ວມແຮງຮ່ວມໃຈຜ່ານຜ່ານ້ຳແກ່ງຖ້ວມ” ໂດຍສູນກາງສະພາດາແດງ ຫວຽດນາມ ປຸກລະດົມ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top