• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮີບເຮັ່ງຜັນຂະຫຍາຍໂຄງການໂຮງງານໄຟຟ້ານິວເຄຼຍ

ໃນສັງກາດໃໝ່ຂອງຊາດ, ສັງກາດຂອງການພັດທະນາຮັ່ງມີເຂັ້ມແຂງ, ສີວິໄລ ຕ້ອງມີບັນດາຂະແໜງການ, ຂົງເຂດວິທະຍາສາດເຕັກໂນໂລຊີບຸກທະລຸ, ໃນນັ້ນມີຂົງເຂດນິວເຄຼຍ ເພື່ອຈຸດປະສົງສັນຕິພາບ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານວາລະປະຊຸມ (ພາບ: TTXVN)

ວັນທີ 15 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ (ຄະນະຊີ້ນຳ) ເປັນປະທານວາລະປະຊຸມຄັ້ງທຳອິດຂອງຄະນະຊີ້ນຳ.

ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ໃນສັງກາດໃໝ່ຂອງຊາດ, ສັງກາດຂອງການພັດທະນາຮັ່ງມີເຂັ້ມແຂງ, ສີວິໄລ ຕ້ອງມີບັນດາຂະແໜງການ, ຂົງເຂດວິທະຍາສາດເຕັກໂນໂລຊີບຸກທະລຸ, ໃນນັ້ນມີຂົງເຂດນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ລວມມີໄຟຟ້ານິວເຄຼຍ, ການແພດນິວເຄຼຍ. ທ່ານຊີ້ແຈ້ງວ່າ, ຈຸດປະສົງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ນິງທ້ວນ ຕ້ອງສຳເລັດໃນໄລຍະ 5 ປີ, ຈາກນັ້ນ, ກໍ່ກຳນົດແຈ້ງທິດທາງ, ວຽກງານຂອງແຕ່ລະປີເພື່ອຮອດປີ 2030, ຫວຽດນາມ ມີໂຮງງານໄຟຟ້ານິວເຄຼຍ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top