ຂ່າວສານ
ຮັບປະກັນປະສິດທິຜົນໃນການຜັນຂະຫຍາຍປະຕິບັດບັນດານະໂຍບາຍຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ
ຕາມທ່ານລັດຖະມົນຕີ, ຫົວໜ້າກຳມາທິການຊົນເຜົ່າ ເຮົ່າອາເລັ່ງ ແລ້ວ, ພັກ, ລັດ ຫວຽດນາມ ໄດ້ປະກາດໃຊ້ຫຼາຍນະໂຍບາຍເພື່ອແນໃສ່ພັດທະນາເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ໃນນັ້ນ ມີໂຄງການເປົ້າໝາຍແຫ່ງຊາດ. ໂຄງການດັ່ງກ່າວໄດ້ສ້າງຂຶ້ນ ດ້ວຍຫຼາຍໂຄງການຍ່ອຍ ແລະ ໄດ້ຜັນຂະຫຍາຍປະຕິບັດຢູ່ 51/63 ແຂວງ, ນະຄອນ.
ກ່ຽວກັບການລະດົມແຫຼ່ງທຶນຮັບໃຊ້ໂຄງການດັ່ງກ່າວ, ທ່ານລັດຖະມົນຕີ ໃຫ້ຮູ້ວ່າ ກຳມາທິການຊົນເຜົ່າ ໄດ້ເປັນເສນາທິການໃຫ້ແກ່ລັດຖະບານ ຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ເພື່ອຈັດສັນທຶນໃຫ້ຄົບຖ້ວນນັ້ນ ແມ່ນ 104.000 ຕື້ດົ່ງ (4,4 ຕື້ USD) ເພື່ອຮັບໃຊ້ໄລຍະແຕ່ນີ້ຮອດປີ 2025; ແຫຼ່ງທຶນດັ່ງກ່າວໄດ້ຫັກຈາກງົບປະມານແຫ່ງລັດ. ນອກຈາກນັ້ນ, ຍັງມີບາງແຫຼ່ງທຶນອື່ນໆ ຈາກກອງທຶນສິນເຊື່ອ, ທຶນສົມທົບຈາກທ້ອງຖິ່ນ; ລະດົມແຫຼ່ງທຶນນອກງົບປະມານ…