• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນຄວາມສະຫງົບ, ປອດໄພໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ຢ່າງເດັດຂາດ

ວັນທີ 06 ພະຈິກ, ທີ່ຮ່າໂນ້ຍ, ອະນຸກຳມະການປ້ອງກັນຄວາມສະຫງົບປອດໄພ - ສາທາລະນະສຸກຂອງກອງປະຊຸມສຸດຍອດ ອາຊຽນ 2020 ໄດ້ດຳເນີນວາລະປະຊຸມເທື່ອທີ 7 ເພື່ອຕີລາຄາໝາກຜົນແຫ່ງການປະຕິບັດງານ ແລະ ຜັນຂະຫຍາຍບັນດາວຽກງານຈຸດສຸມທີ່ກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37. 

 ວາລະປະຊຸມເທື່ອທີ 7  (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານພົນໂທ ບຸຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫລວດຫວຽດນາມ ໄດ້ເນັ້ນໜັກວ່າ: ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແມ່ນເຫດການສຳຄັນທີ່ສຸດຂອງປີປະທານ ອາຊຽນ 2020 ຂອງ ຫວຽດນາມ; ຮັບປະກັນຄວາມສະຫງົບ, ປອດໄພໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ຢ່າງເດັດຂາດ ແມ່ນມີຄວາມໝາຍດ້ານການເມືອງອັນໃຫຍ່ຫລວງ, ປະກອບສ່ວນສືບຕໍ່ປັບປຸງທີ່ຕັ້ງ, ບົດບາດຂອງປີປະທານ ອາຊຽນ 2020, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ຢູ່ເວທີສາກົນ. ທ່ານຮອງລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ບຸຍວັນນາມ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກອະນຸກຳມະການ ຕ້ອງເພີ່ມທະວີວຽກງານ, ປຸກລະດົມບັນດາກຳລັງ, ພາຫະນະທັງໝົດ ເພື່ອຮັບປະກັນຄວາມສະຫງົບ, ປອດໄພຢ່າງເດັດຂາດ, ປະກອບສ່ວນຮັບໃຊ້ໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top