• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນການປະຕິບັດນະໂຍບາຍຊ່ວຍໜູນສັງຄົມຢ່າງທົ່ວເຖິງ ແລະ ຟື້ນຟູຕະຫຼາດແຮງງານ

      ຕອນບ່າຍວັນທີ 10 ພະຈິກ, ສືບຕໍ່ເນື້ອໃນຊັກຖາມຂອງກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະມາຊິກສະພາແຫ່ງຊາດໄດ້ຊັກຖາມທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອັກຢຸງ. ເນື້ອໃນຊັກຖາມ ໄດ້ສຸມໃສ່ການປະຕິບັດບ້ວງເງິນໜູນຊ່ວຍຜູ້ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19; ມາດຕະການແກ້ໄຂຄວາມຫຍຸ້ງຍາກຂອງຕະຫຼາດແຮງງານ ແລະ ນະໂຍບາຍດຶງດູດກຳລັງແຮງງານກັບມາເຮັດວຽກຄືນໃໝ່.
ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອັກຢຸງ (ພາບ: TTXVN)
      ທ່ານລັດຖະມົນຕີ ດ່າວງອັກຢຸງ ໃຫ້ຮູ້ວ່າ: ໃນການແຜ່ລະບາດຮອບທີ 4 ຂອງ ໂຄວິດ - 19 ນີ້, ຫວຽດນາມ ໄດ້ປະກາດໃຊ້ 3 ນະໂຍບາຍສຳຄັນເພື່ອໜູນຊ່ວຍເປົ້າໝາຍທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ຕີລາຄາກ່ຽວກັບລະດັບການໄດ້ຊົມໃຊ້ນະໂຍບາຍດັ່ງກ່າວ, ທ່ານລັດຖະມົນຕີ ດ່າວງອັກຢຸງ ຢັ້ງຢືນວ່າ:
        “ບັນດານະໂຍບາຍໜູນຊ່ວຍຂອງ ລັດ ໄດ້ເຂົ້າສູ່ຊີວິດຕົວຈິງທັງໝົດ, ໄດ້ປ່ອຍເງິນປະມານ 60.000 ຕື້ດົ່ງ ໜູນຊ່ວຍປະຊາຊົນໄດ້ປະມານ 40 ລ້ານເທື່ອຄົນ ແລະ ຫົວໜ່ວຍນຳໃຊ້ແຮງງານປະມານ ຫ້າແສນຫົວໜ່ວຍ. ການໜູນຊ່ວຍໄດ້ປະຕິບັດຢ່າງເປີດເຜີຍ, ໂປ່ງໃສ ແລະ ຖືກເປົ້າໝາຍ. ໂດຍອີງຕາມນະໂຍບາຍຂອງສູນກາງ, ທ້ອງຖິ່ນຕ່າງໆໄດ້ຖືເປັນພື້ນຖານເພື່ອປະກາດໃຊ້ນະໂຍບາຍຕ່າງ, ລະດົມແຫຼ່ງກຳລັງໃນສັງຄົມ, ໜູນຊ່ວຍປະຊາຊົນ.”
        ກ່ຽວກັບມາດຕະການແກ້ໄຂຄວາມຫຍຸ້ງຍາກຂອງຕະຫຼາດແຮງງານ ແລະ ນະໂຍບາຍດຶງດູດກຳລັງແຮງງານກັບມາເຮັດວຽກຄືນໃໝ່, ທ່ານລັດຖະມົນຕີ ດ່າວງອັກຢຸງ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ຕ້ອງເອົາໃຈໃສ່ນະໂຍບາຍກ່ຽວກັບຊີວິດການເປັນຢູ່, ລະດັບເງິນເດືອນ, ລາຍຮັບຂອງຊາວຜູ້ອອກແຮງງານໃຫ້ເປັນຢ່າງດີ. ທີສອງແມ່ນ, ເອົາໃຈໃສ່ການຊ່ວຍໜູນໃຫ້ເປັນຢ່າງດີ, ຕ້ອງມີລະດັບພື້ນຖານໃຫ້ຜູ້ອອກແຮງງານ ເພື່ອມີຄວາມອຸ່ນອ່ຽນໃຈເຮັດວຽກ. ທີສາມແມ່ນ ຕ້ອງຮັບປະກັນຄວາມປອດໄພທາງດ້ານຊີວິດ, ສຸຂະພາບໃຫ້ແກ່ຜູ້ອອກແຮງງານດ້ວຍການສັກວັກຊິນ.
        ໄປຄຽງຄູ່ກັນນັ້ນ, ທ່ານລັດຖະມົນຕີໃຫ້ຮູ້ວ່າ ທາງຂະແໜງກໍມີຄວາມສົນໃຈເປັນພິເສດແກ່ເປົ້າໝາຍເດັກນ້ອຍກວ່າ 2.500 ຄົນ ທີ່ເປັນເດັກກຳພ້າຍ້ອນໂລກລະບາດໂຄວິດ - 19. ປັດຈຸບັນ, ທາງກະຊວງກໍໄດ້ປະກາດໃຊ້ນະໂຍບາຍໜູນຊ່ວຍເດັກທີ່ຢູ່ໃນລະດັບແຕກຕ່າງກັນ ແນໃສ່ຮັບປະກັນໃຫ້ເດັກກຳພ້າທຸກຄົນລ້ວນແຕ່ໄດ້ຮັບການເບິ່ງແຍງດູແລ ໂດຍຄອບຄົວ, ຍາດຕິພີ່ນ້ອງ, ບໍ່ປະໃຫ້ເຂົາເຈົ້າໄປຢູ່ຮາກຖານອຸປະກະລະສັງຄົມ.
(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top