• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດແໜ້ນນ້ຳໃຈສາມັກຄີລະຫວ່າງບັນດາແຂວງຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ

       ເມື່ອຂ່ຳນັບຮັບຕ້ອນປີມິດຕະພາບ ຫວຽດນາມ - ກຳ ປູເຈຍ 2017 ແລະ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017, ຕອນຄ່ຳວັນທີ 27 ສິງຫາ, ທີ່ນະຄອນ ບວນມາທ້ວດ, ຄະນະກຳມະການປະຊາຊົນແຂວງ ດັກລັກ

ລາຍການສະແດງສິລະປະ “ບົດເພງມິດຕະພາບ”  (ພາບ: TTXVN)
      ຈັດຕັ້ງລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ “ບົດເພງມິດຕະພາບ”. ລາຍການພົບປະແລກປ່ຽນສະແດງສິລະປະ “ບົດເພງມິດຕະພາບ” ແມ່ນໂອກາດເພື່ອໃຫ້ແຂວງ ດັກລັກ ແລະ ບັນດາແຂວງ ອັດຕະປື, ເຊກອງ ແລະ ຈຳປາສັກ (ລາວ), ແຂວງ ມົນດູກີຣີ (ກຳປູເຈຍ) ໄດ້ພົບປະ, ແລກປ່ຽນ, ເຂົ້າໃຈຕື່ມອີກກ່ຽວກັບບັນດາຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອຂອງ 3 ປະເທດ, ສືບຕໍ່ຮັກສານ້ຳໃຈສາມັກຄີຖານບ້ານໃກ້ເຮືອນຄຽງສະໜິດຕິດພັນ ເຊິ່ງປະຊາຊົນລຸ່ນຕ່າງໆຢູ່ບັນດາແຂວງເຂດຊາຍແດນ 3 ປະເທດ ພ້ອມກັນສາມັກຄີ, ຮັກສາໃຫ້ໝັ້ນຄົງ. ໃນຄ່ຳຄືນສະແດງ, ບັນດານັກສິລະປະໄດ້ສະແດງບັນດາລາຍການເປັນເອກະລັກສະເພາະເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ. ກ່ອນໜ້ານັ້ນ ແມ່ນງານແຂ່ງຂັນມິດຕະພາບກິລາບານສົ່ງຊາຍ ພ້ອມກັບການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳຄ້ອງ ແລະ ເຄື່ອງດົນຕີຊົນເຜົ່າຂອງ 3 ປະເທດ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top