• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ອົງການແນວໂຮມຫວຽດນາມ - ລາວ

      ວັນທີ 24 ທັນວາ, ທ່ານເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເໝີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ສູນກາງແນວລາວ ສ້າງຊາດ, ໂດຍທ່ານ ຄຳໃບ ດຳລັດ, ຮອງປະທານຜູ້ປະຈຳການສູນກາງແນວລາວ ສ້າງຊາດ ເປັນຫົວໜ້າຄະນະ, ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ເຈິ່ນແທງເໝີນ ຕ້ອນຮັບ
ທ່ານ ຄຳໃບ ດຳລັດ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ
(ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານ ເຈິ່ນແທງເໝີນ ສະເໜີໃນໄລຍະຈະມາເຖິງຍູ້ແຮງການເຊື່ອມຕໍ່ທາງຄົມມະນາຄົມລະຫວ່າງ 2 ປະເທດ. ພ້ອມກັນນັ້ນ, 2 ຝ່າຍເພີ່ມທະວີການລົງທຶນພື້ນຖານໂຄງລ່າງຢູ່ບັນດາດ່ານຊາຍແດນຂອງ 2 ປະເທດ; ຕັ້ງໜ້າສົມທົບກັນໃນການຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິສະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃນໄລຍະສົງຄາມຕ່າງໆກັບຄືນເມືອປະເທດ.
        ສ່ວນທ່ານ ຄຳໃບ ດຳລັດ ຢືນຢັນວ່າ, ຈາກຜົນສຳເລັດຂອງບົດບັນທຶຊ່ວຍຈຳ ແລະ ເນື້ອໃນທີ່ໄດ້ວາງອອກຂອງການເຈລະຈາ, ອົງການແນວໂຮມຂອງ 2 ປະເທດ ສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບວຽກງານແນວໂຮມ. ຜ່ານນັ້ນປະກອບສ່ວນຊຸກຍູ້ສາຍພົວພັນສາມັກຄີມິດຕະພາບຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ, ກ້າວຂຶ້ນສູ່ລະດັບສູງໃໝ່.
        ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການ ເຮົາອາເລັ່ງ ນຳໜ້າ, ໄດ້ມີການເຈລະຈາກັບຄະນະຜູ້ແທນສູນກາງແນວລາວສ້າງຊາດ ໂດຍທ່ານ ຄຳໃບ ດຳລັດ, ຮອງປະທານຜູ້ປະຈຳການຄະນະເປັນຫົວໜ້າຄະນະ.
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top